ຊີຣີ ຍົກອອກເງື່ອນໄຂດຳເນີນການເຈລະຈາສັນຕິພາບກັບອິດສະຣາແອັນ

(VOVWORLD) -ເລື່ອງມອບຄືນເຂດດິນແດນທີ່ຢຶດຄອງຂອງຊາວຊີຣີ ແມ່ນເງື່ອນໄຂຕັດສິນຊີ້ຂາດແຖວໜ້າເພື່ອໃຫ້ປະເທດນີ້ດຳເນີນການເຈລະຈາສັນຕິພາບກັບອິດສະຣາແອັນ.

ຊີຣີ ຍົກອອກເງື່ອນໄຂດຳເນີນການເຈລະຈາສັນຕິພາບກັບອິດສະຣາແອັນ - ảnh 1 ທ່ານປະທານາທິບໍດີ Bashar al Assad

(ພາບ: AFP/TTXVN)

ວັນທີ 08 ຕຸລາ, ເມື່ອຕອບສຳພາດທາງອອນລາຍຕໍ່ສຳນັກຂ່າວສານ Rossiya Segednya ຂອງລັດເຊຍ, ພ້ອມກັນນັ້ນສຳນັກຂ່າວສານ SANA ຂອງຊີຣີ ກໍ່ໄດ້ເອົາລົງເວັບໄຊນຳອີກ, ທ່ານປະທານາທິບໍດີຊີຣີ Bashar al Assad ໃຫ້ຮູ້ວ່າ, ເລື່ອງມອບຄືນເຂດດິນແດນທີ່ຢຶດຄອງຂອງຊາວຊີຣີ ແມ່ນເງື່ອນໄຂຕັດສິນຊີ້ຂາດແຖວໜ້າເພື່ອໃຫ້ປະເທດນີ້ດຳເນີນການເຈລະຈາສັນຕິພາບກັບອິດສະຣາແອັນ.

        ຕາມທ່ານປະທານາທິບໍດີ Bashar al Assad ແລ້ວ, ທັດສະນະຂອງຊີຣີ ໃນການເຈລະຈາສັນຕິພາບກັບອິດສະຣາແອັນ ແມ່ນຈະແຈ້ງທີ່ສຸດແລ້ວ. ທັດສະນະດັ່ງກ່າວຖືກຍົກອອກມານັບແຕ່ເມື່ອເລີ່ມດຳເນີນຮອບເຈລະຈາສັນຕິພາບຄັ້ງຕ່າງໆໃນຊຸມປີ 1990 ຂອງສະຕະວັດກ່ອນແລ້ວ. ຊີຣີ ພຽງແຕ່ສ້າງການພົວພັນກັບອິດສະຣາແອັນ ເປັນປົກກະຕິຄືນໃໝ່ເທົ່ານັ້ນ ເມື່ອປະເທດນີ້ທ້ອນໂຮມຄືນເຂດດິນແດນ. ເຖິງຢ່າງໃດກໍ່ຕາມ, ຊີຣີ ເຫັນວ່າ ບໍ່ມີເຈົ້າໜ້າທີ່ທ່ານໃດຂອງຝ່າຍອິດສະຣາແອັນ ກຽມພ້ອມບາດກ້າວເດີນເພື່ອມຸ່ງໄປເຖິງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ