ຊີຣີ ປຶກສາຫາລືວິທີຢຸດຕິວິກິດການ

ຊີຣີ ປຶກສາຫາລືວິທີຢຸດຕິວິກິດການ - ảnh 1
ພາບປະກອບ ຈາກ ອິນເຕີເນັດ

(vovworld) - ວັນ​ທີ 24/12, ທ່ານ Lakhdar Brahimi, ທູດພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ (ຫຼື AL) ກ່ຽວ​ກັບ​ບັນຫາ ຊີຣີ ​ມີ​ການ​ປຶກສາ​ຫາລື ກັບ​ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ຢູ່​ນະຄອນຫຼວງ Damascus. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ພົບ​ປະ, ທ່ານ​ທູດ​ພິ​​ເສດ​ສາກົນ Brahimi ​ໃຫ້​ຮູ້​ວ່າ: ທ່ານ​​ແລກປ່ຽນ​ກັບ​ທ່ານ​ປະທານາທິບໍດີ Assad ກ່ຽວ​ກັບ​ວິທີ​ເພື່ອ​ຢຸດຕິ​ວິ​ກິດ​ການ​ຢູ່ ຊີຣີ ກໍ​ຄື​ສະ​ແດງ​ທັດສະ​ນະ​ສະ​ເພາະ​ຂອງ​ຕົນ ກ່ຽວ​ກັບ​ວິທີ​ແກ້​ໄຂວິ​ກິດ​ການ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Brahimi ບໍ່​ຊີ້​ແຈງ​ລະອຽດ​ກ່ຽວ​ກັບແຜນການ​​ໃໝ່​ຂອງຕົນ, ພຽງ​ແຕ່​ຮັບ​ຮູ້​ວ່າ​ສະພາບ​ການ​ຢູ່​ ຊີຣີ ຍັງ​ໜ້າ​ວິຕົກ​ກັງວົນ​ຫຼາຍ. ທ່ານ​ທູດ​ພິ​​ເສດ Brahimi ກໍ່​ປະຕິ​ເສດ​ຢ່າງ​ແຮງຕໍ່​ບັນດາ​ຂ່າວ​ລື​​ໃນໄລຍະ​ມໍ່ໆ​ມາ​ນີ້​ທີ່​ຖື​ວ່າ: ທ່ານ​ປະທານາທິບໍດີ Assad ບໍ່​ຢາກ​ພົບ​ປະ​ກັບ​ທ່ານ ​ຫຼື​​ໄດ້​ຕັ້ງໜ້າ​ໂຈະການ​ຢ້ຽມຢາມ​ຄັ້ງ​ນີ້​. ທ່ານ Brahimi ສະ​ແດງ​ຄວາມ​ຫວັງ​ວ່າ ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່ ຊີຣີ ອາດ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນຢ່າງນອງ​ເລືອດ​ທີ່​ແກ່​ຍາວ​ເປັນ​ເວລາ 21 ​ເດືອນ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້.

ຂ່າວ/ບົດ​ອື່ນ