ຊີຣີ ລົງປະຊາມະຕິກ່ຽວກັບ ລັດຖະທຳມະນູນສະບັບໃໝ່

ຊີຣີ ລົງປະຊາມະຕິກ່ຽວກັບ ລັດຖະທຳມະນູນສະບັບໃໝ່ - ảnh 1

ປຊຊ ຊີຣີ ​ເຂົ້າຮ່ວມ​ການ​ລົງ​ປະຊາ​ມະຕິ

(ພາບ: biethet.com)

( vovworld ) – ​ວັນ​ທີ 26/2, ຊີ​ຣີ ​​ໄດ້​ດຳ​ເນີນ​ການລົງປະຊາ​ມະຕິ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່. ນີ້​ຖືກ​ຖື​ວ່າ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Bashar Al Assad ​ເພື່ອ​ແນ​ໃສ່​ຜ່ອນຄາຍ​ການ​ຕຳ​ນິຕິ​ຕຽນ​ຂອງ​ສາກົນ ​ແລະ ຢຸດຕິ​ສະພາບ​ການ​ລຸກ​ຮຶ້ຂຶ້ນ​ຂອງ​ປະ​ເທດ​ນີ້​ໃນ 11 ​ເດືອນ​ທີ່​ຜ່ານ​ມາ. ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ຝ່າຍ​ຄ້ານ​ຖື​ວ່າ ຄວາ​ມານະ​ພະຍາຍາມ​ປະຕິ​ຮູບ​ລະບົບ​ການ​ເມືອງ​ຄື​ແນວ​ນັ້ນ​ແມ່ນ​ບໍ່​ທັນ​ພຽງພໍ ​ແລະ ຮຽກຮ້ອງ​ໃຫ້​ປະຕິ​ເສດການລົງ​ປະຊາ​ມະຕິ​. ກ່ອນ​ຈຸດ​ເວລາ​ດຳ​ເນີນການລົງ​ປະຊາ​ມະຕິ​, ​ໄດ້​ເກີດ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຫຼາຍ​ແຫ່ງ​ໃນ​ປະ​ເທດ ຊີຣີ. ອົງ​ການ​ຕິດຕາມ​ກວດກາ​ສິດທິ​ມະນຸດ​ຢູ່ ຊີຣີ ຊື່​ງ ມີ​ສຳນັກງານ​ຕັ້ງຢູ່​ອັງກິດ ​ໃຫ້​ຮູ້​ວ່າ ​ໄດ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 89 ຄົນ, ​ໃນ​ນັ້ນມີ 23 ຄົນ​ແມ່ນ​ສະມາຊິກ​ຂອງ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ກອງ​ທັບ ຊີຣີ ​ໃນ​ການ​ປະ​ທະ​ກັນ​ຄັ້ງຕ່າງໆ​ເມື່ອ​ວັນ​ທີ 25/2 ທີ່​ຜ່ານ​ມາ.

   ກ່ອນ​ໜ້ານັ້ນ, ທ່ານ Mohammad al Shaar ລັດຖະມົນຕີ​ກະຊວງ​ພາຍ​ໃນ ຊີຣີ ​ໃຫ້​ຮູ້​ວ່າ: ບັນດາ​ມາດ​ຕະການ​ຈຳ​ເປັນກໍ​ໄດ້​ຮັບ​ການປະຕິບັດ​ແລ້ວ ​ເພື່ອ​ຮັບປະກັນ​ໃຫ້ການລົງປະຊາ​ມະຕິ​​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຜົນ​ສຳ​ເລັດ ​ແລະ ນີ້​ຈະ​ແມ່ນ“​ບາດກ້າວ​ກະ​ໂດດ​ຂັ້ນ“ ​ໃນ​ປະຫວັດ​ສາດ​ຂອງ​ປະ​ເທດ​ນີ້. ຕາມ​ກະຊວງ​ພາຍ​ໃນ ຊີຣີ ​ແລ້ວ, ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ເຂົ້າຮ່ວມການລົງ​ປະຊາ​ມະຕິ​ 14,5 ລ້ານ​ຄົນ ​ແລະ ​ມີ​ສະຖານ​ທີ່​ປ່ອນ​ບັດ​ເກືອບ 14.000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ປະທານາທິບໍດີ Bashar Al Assad ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ຈັດການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ໃນ​ຮອບ​ເວລາ 90 ວັນ ຖ້າ​ຫາກ​ວ່າ​ປະຊາຊົນ​ສະໜັບສະໜູນລັດຖະທຳ​ມະນູນ​ສະບັບ​ໃໝ່.

ຂ່າວ/ບົດ​ອື່ນ