ຊີຣີຈະນຳອາວຸດເຄມີທີ່ອັນຕະລາຍອອກຈາກປະເທດກ່ອນວັນທີ1/3

ຊີຣີຈະນຳອາວຸດເຄມີທີ່ອັນຕະລາຍອອກຈາກປະເທດກ່ອນວັນທີ1/3 - ảnh 1
ຊີຣີ ຈະ​ສົ່ງບັນດາ​ອາວຸດ​ເຄມີທີ່​ອັນຕະລາຍ​ສ່ວນ​ຫຼາຍອອກ​ຈາກ​ປະ​ເທດ​ກ່ອນ​ວັນ​ທີ 1/3
(ພາບ: dantri.com.vn)


(vovworld) – ວັນ​ທີ 11/2, ​ເອກ​ອັກຄະ​ລັດຖະທູດ ຊີຣີ ປະຈຳ​ ລັດ​ເຊຍ ທ່ານ Riad Haddad ​ໃຫ້​ຮູ້​ວ່າ: ຊີຣີ ຈະ​ສົ່ງບັນດາ​ອາວຸດ​ເຄມີທີ່​ອັນຕະລາຍ​ສ່ວນ​ຫຼາຍອອກ​ຈາກ​ປະ​ເທດ​ກ່ອນ​ວັນ​ທີ 1/3 ​ແລະ ​ຈະລົບ​ລ້າງສາງ​ອາວຸດ​ເຄມີ​ທັງ​ໝົດ ​ຕາມກຳນົດເວລາ​ສຸດ​ທ້າຍ​ແມ່ນ (30/6)​. ກ່ອນ​ໜ້າ​ນັ້ນ, ຊີຣີ ​ໄດ້ພາດ​ໂອກາດ​ທຳລາຍ​ທາ​​ດ​ເຄມີ​ທີ່​ອັນຕະລາຍ​​ສ່ວນ​ຫຼາຍໃນ​ວັນ​ທີ 31/12/2013 ຕາມ​ຂໍ້​ຕົກລົງ​ທີ່​ບັນ​ລຸ​ໄດ້​ລະຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ການບຸກໂຈມຕີຂອງ ອາເມລິກາ ​ໃສ່​ປະ​ເທດ​ນີ້. ນອກຈາກນັ້ນ, ດາມາກຸດ ກໍ່ບໍ່ບັນລຸຜົນໃນການນຳອາວຸດເຄມີອັນຕະລາຍທີ່ສຸດ 700 ໂຕນ ແລະ ອາວຸດເຄມີອັນຕະລາຍລະດັບສອງ 500 ໂຕນອອກຈາກປະເທດໃນວັນທີ 5/2, ອັນ​ໄດ້​ກໍ່ຄວາມວິຕົກວັງວົນວ່າ: ຊີຣີ ອາດຈະພາດ​ໂອກາດປະຕິບັດຕາມຈຸດເວລາທີ່​ໄດ້​ວາງ​ອອກແມ່ນວັນທີ 30/6. ທ່ານເອກ​ອັກຄະ​ລັດຖະທູດ Riad Haddad ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນສະພາບການຜູ້ຕາງໜ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານພວມດຳເນີນການເຈລະຈາສັນຕິພາບຄັ້ງທີ 2 ຢູ່ ເຊີແນວ, ປະເທດສະວິດ. ຕາມແຫຼ່ງຂ່າວຫຼ້າສຸດຈາກກອງປະຊຸມນີ້, ບັນດາການເຈລະຈາໃນວັນທີ 11/2 ບໍ່ບັນລຸຄວາມຄືບໜ້າ ເມື່ອຜູ້ຕາງໜ້າລັດຖະບານ ຊີຣີ ບໍ່ເຫັນດີຕໍ່​ລາຍການ​ເຮັດ​ວຽກ​ໃນບັນດາການເຈລະຈາທີ່ພວມດຳເນີນໄປ ແລະ ກ່າວປະນາມຝ່ານຄ້ານກ່ຽວກັບເລື່ອງຄັດຄ້ານປຶກສາຫາລືກ່ຽວກັບຫົວຂໍ້ກໍ່ການຮ້າຍ.

 


ຂ່າວ/ບົດ​ອື່ນ