ຊີຣີໃຫ້ຄຳໝັ້ນສັນຍາ ປະຕິບັດມະຕິຂອງ ສະພາຄວາມໝັ້ນຄົງ ສປຊ
ທ່ານປະທານາທິບໍດີ ຊີຣີ Bashar Al Assad
(ພາບ: AFP)
(vovworld) - ນັ້ນແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad ໃນວັນທີ 29/9 ໃນສະພາບການທີ່ບັນດານັກຊ່ຽວຊານອາວຸດຂອງສະຫະປະຊາຊາດພວມກະກຽມກັບຄືນສູ່ Damascus ເພື່ອດຳເນີນໜ້າທີ່ກວດກາອາວຸດຢູ່ປະເທດຕາເວັນອອກກາງນີ້. ເມື່ອຕອບສຳພາດທາງໂທລະພາບ Rai News 24 ຂອງ ອີຕາລີ, ທ່ານປະທານາທິບໍດີ Bashar Al Assad ຢືນຢັນວ່າ: ລັດຖະບານ ຊີຣີ ຈະເຄົາລົບສົນທິສັນຍາເກືອດຫ້າມການນຳໃຊ້ອາວຸດເຄມີເຊິ່ງ ຊີຣີ ພວມສະເໜີເຂົ້າຮ່ວມ. ແລະກໍ່ໃນວັນດຽວກັນ, ບັນດານັກຊ່ຽວຊານສາກົນມີໜ້າທີ່ທຳລາຍສາງອາວຸດເຄມີຂອງ ຊີຣີ ໃຫ້ຮູ້ວ່າ ເຂົາເຈົ້າຈະພົບປະກັບບັນດາເຈົ້າໜ້າທີ່ຂອງອຳນາດການປົກຄອງຢູ່ນະຄອນຫຼວງ Damascus ໃນວັນທີ 1/10, ພ້ອມທັງຢືນຢັນບໍ່ມີເຫດຜົນເພື່ອສົງໄສບັນດາຂໍ້ມູນຂ່າວເຊິ່ງອຳນາດການປົກຄອງ ຊີຣີ ໄດ້ສະໜອງໃຫ້.