ຊອກຫາ ແລະ ທ້ອນໂຮມ ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດແມ່ນໜ້າທີ່ສັກກະລະບູຊາ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: baomoi.com)
(vovworld) - ຫວ່າງແລ້ວນີ້ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຫວຽດນາມ ໄດ້ມີເອກະສານຊີ້ແຈ້ງການຈັດຕັ້ງຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງມີວິທະຍາສາດ, ມີຄຸນນະພາບ ແລະ ມີປະສິດທິຜົນ; ຕ້ອງລະດົມທຸກແຫຼ່ງກຳລັງ, ບັນດາອົງການການເມືອງ, ສັງຄົມ... ໃນລະບົບການເມືອງ; ຕ້ອງມີການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການ, ລະຫວ່າງສູນກາງ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ. ຄຽງຂ້າງນັ້ນ, ບັນດາອົງການທີ່ມີໜ້າທີ່ສຸມໃສ່ຍູ້ແຮງວຽກງານໂຄສະນາໃຫ້ປະຊາຊົນເສີມຂະຫຍາຍມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”; ຮີບເຮັ່ງເກັບກຳຂໍ້ມູນກ່ຽວກັບທະຫານເສຍສະຫຼະຊີວິດເພື່ອຊາດ; ບັນດາທ້ອງຖິ່ນ, ເຂດທະຫານ ຕ້ອງສ້າງພື້ນຖານຂໍ້ມູນກ່ຽວກັບທະຫານເສຍສະຫຼະຊີວິດເພື່ອຊາດ. ພ້ອມກັນນັ້ນ, ປະສານສົມທົບກັບບັນດາແຜນການກວດການະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີ ແລະ ບັນດາໂຄງການອື່ນໆ; ປັບປຸງ ແລະ ເພີ່ມເຕີ່ມນະໂຍບາຍໃຫ້ບຸລິມະສິດສຳລັບທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ຍາດຕິພີນ້ອງຂອງທະຫານເສຍສະຫຼະຊີວິດເພື່ອຊາດເປັນປະຈຳ.