ຊີຮີ ຊົມເຊີຍຄະນະ ນັກສັງເກດການຂອງ ສປຊ

ຊີຮີ ຊົມເຊີຍຄະນະ ນັກສັງເກດການຂອງ ສປຊ - ảnh 1
( ພາບປະກອບ )

(vovworld) - ວັນ​ທີ 15/4, ສຳນັກ​ຂ່າວສານ​ແຫ່ງ​ລັດ ຊີ​ຮີ SANA ​ໄດ້​ອອກຖະ​ແຫຼ​ງຊົມ​ເຊີຍຄະນະ​ນັກ​ສັງ​ເກດ​ການ​ຂອງສະຫະ​ປະຊາ​ຊາດ​ມາ​ປະ​ເທດ​ນີ້ ​ເພື່ອ​ສັງ​ເກດ​ກ່ຽວ​ກັບການ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ. ລັດຖະບານ​ຊີ​ຮີ​ຫວັງ​ວ່າ ບັນດາ​ນັກ​ສັງ​ເກດ​ການຈະ​ເຫັນ​ປະຈັກ​ຕາ​ໂທດ​ກຳ​ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະ​ ໂຄສະນາ​ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​ຊີ​ຮີ. ​ແຕ່​ຊີ​ຮີ​ກໍ່​ໄດ້​ເນັ້ນ​ໜັກ​ວ່າ​, ບໍ່​ວ່າການ​ເຄື່ອນ​ໄຫວ​ໃດ​ໆເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ຢູ່​ຊີ​ຮີ ກໍ່ລ້ວນ​ແຕ່​ຕ້ອງ​​ເຄົາລົບ​ນັບຖື​ອະທິປະ​ໄຕ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ