ຊີຮີ: ມີສັນຍານຝ່າຍ ຄ້ານນຳໃຊ້ອາວຸດເຄມີ

ຊີຮີ: ມີສັນຍານຝ່າຍ ຄ້ານນຳໃຊ້ອາວຸດເຄມີ - ảnh 1

ກັບ​ກຳລັງ​ຝ່າຍ​ຄ້ານຕໍ່ສູ້ກັບທະຫານຊີຮີ ຢູ່ຄຸ້ມຖະໜົນ  Brzeh
 (ພາບ: AP)

(vovworld) – ໜັງສືພິມ “al - Watan“ ທີ່​ນິຍົມ​ລັດຖະບານ​ຊີ​ຮີ ສະບັບ​ອອກ​ວັນ​ທີ 28/4 ​ໃຫ້​ຮູ້​ວ່າ, ມີ​ທະຫານ​ປະ​ເທດ​ນີ້​ຫຼາຍ​ຄົນ​ທີ່ໄດ້​ຕໍ່ສູ້​ກັບ​ກຳລັງ​ຝ່າຍ​ຄ້ານ​ຢູ່​​ເຂດ​​ຕິດ​ກັບ​ນະຄອນຫຼວງ Damascus ມີ​ອາການ​ຕິດ​ອາຍ​ພິດ. ໜັງສືພິມ​ດັ່ງກ່າວ​ຍັງ​ຊີ້​ແຈ້ງວ່າ​ມີ​ທະຫານ​ຫຼາຍ​ຄົນ​ຕ້ອງ​ເຂົ້າ​ໂຮງໝໍ​ເສນາ​ລັກ Hamish ​ໃນ​ຕົ້ນ​ອາທິດ​ນີ້ ຍ້ອນ​ຕິດອາຍ​ເຄມີ ​ເມື່ອ​ກຳ່​ລັງ​ຝ່າຍ​ຄ້ານ​ຍິງ​ລູກປືນ​ຄົກ​ໃສ່​ທີ່​ຕັ້ງ​ຂອງ​ທະຫານ​ລັດຖະບານ​ຢູ່​ເຂດ​ຕິດ​ກັບ​ນະຄອນຫຼວງ. ປະຈຸ​ບັນ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຊີ​ຮີ ພວມ​ສືບສວນ​ອາຍ​ພິດ​ດັ່ງກ່າວ​ແມ່ນ​ປະ​ເພດ​ໃດ. ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ບັນຫາ​ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ຊີ​ຮີ​ ຫວ່າງ​ແລ້ວ​ນີ້ ​ເມື່ອ​ອາ​ເມ​ລິ​ກາ ​ຖື​ວ່າ ກອງທັບ​ຊີ​ຮີ ອາດ​ສາມາດ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ, ​ສ່ວນ​ຫຼາຍ​ແມ່ນ​ທາດ​ພິດ xarin ​ໃນ​ການ​ຕໍ່ສູ້​ຕ້ານ​ກຳລັງ​ຝ່າຍ​ຄ້ານ. ​ແຕ່​ລັດຖະບານ​ຊີ​ຮີ ຍາມ​ໃດ​ກໍ່​ປະຕິ​ເສດ​ຄຳ​ກ່າວ​ຫາ​ນີ້ ​ແລະ ຖື​ວ່າ ນີ້​ແມ່ນ​ກົນອຸບາຍ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ​ເພື່ອ​ແນ​ໃສ່​ຕ້ານອຳນາດ​ການ​ປົກຄອງ​ຊີ​ຮີ.

ຂ່າວ/ບົດ​ອື່ນ