ກອງປະຊຸມໃຫຍ່ຄັ້ງທີ 8 ຂອງແນວໂຮມປະເທດຊາດຫວຽດນາມ |
(vovword)- ວັນທີ 2/2, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຈັດກອງປະຊຸມຊາບຊຶມ, ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງແນວໂຮມປະເທດຊາດຫວຽດນາມໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແນວໂຮມປະເທດຊາດບັນດາແຂວງ, ນະຄອນພາກໃຕ້ ຈາກແຂວງເທື່ອທຽນເຫ້ວລົງໄປ. ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຊາບຊຶມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງແນວໂຮມປະເທດຊາດຫວຽດນາມໃນລະບົບແນວໂຮມຈາກສູນກາງລົງຮອດຮາກຖານ. ຕາມນັ້ນແລ້ວ, ແນວໂຮມປະເທດຊາດຫວຽດນາມເລັ່ງໃສ່ການປ່ຽນໃໝ່ເນື້ອໃນ, ແບບວິທີເຄື່ອນໄຫວ, ຍົກສູງປະສິດທິຜົນການໂຄສະນາ, ຂົນຂວາຍ, ເຕົ້າໂຮມປະຊາຊົນ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອ ຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ຄວາມຜາສຸກຂອງປະຊາຊົນ.