ຊາບຊືມການຮ່ຳຮຽນ,ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢ່າງເລິກເຊິ່ງ

ຊາບຊືມການຮ່ຳຮຽນ,ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢ່າງເລິກເຊິ່ງ - ảnh 1
ກອງ​ປະ​ຊຸມ​ພະ​ນັກ​ງາ​ນ​ທົ່ວ​ປະ​ເທດ​ ​ການ​ຮ່ຳ​ຮຽນ, ຊາບ​ຊື​ມະ​ຕິ​
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ

(vovworld)- ຕອນ​ເຊົ້າ​ວັນ​ທີ 19/4 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ພະ​ນັກ​ງາ​ນ​ທົ່ວ​ປະ​ເທດ​ ​ການ​ຮ່ຳ​ຮຽນ, ຊາບ​ຊື​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.  ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ຄວນ​ຊາບ​ຊືມ​ກາ​ນຳ​ຮ່​ຳ​ຮຽນ, ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ເລິກ​ເຊິ່ງ. ນີ້​ແມ່ນບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ມີ​ຄວາມ​ສຳ​ຄັນ​ພິ​ເສດ, ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ເປັນ​ເອ​ກະ​ພາບ​ເຈດ​ຈຳ​ນົງ ແລະ ການ​ກະ​ທຳ​ໃນ​ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ ຊື່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ຖັນ​ແຖວ​ພະ​ນັກ​ງານ​ຫລັກ​ແຫລ່ງ​ຢູ່​ທຸກ​ຂັ້ນ, ຂະ​ແຫນງ​ການ. ວຽກ​ງານ​ຮ່ຳ​ຮຽນ, ຊາບ​ຊືມ​ມະ​ຕິ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ ກ່ຽວ​ກັບ​ດ້ານ​ການ​ເມືອງ, ແນວຄິດ, ສະ​ກັດ​ກັ້ນ, ຍູ້​ການ​ເສື່ອມ​ທາດ​ຂາດ​ຄຸນ​ກ່ຽວ​ກັບ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ​ຄວາມ​ຮັບ​ຮູ້​ຢ່າງ​ຜິດ​ພາດ​ໃຫ້​ຖອຍ​ໄປ.”

 

ຕອບກັບ

ຂ່າວ/ບົດ​ອື່ນ