(ພາບ: . VOV)
(vovworld)- ຕອນເຊົ້າວັນທີ 19/12, ທ່ານຫວູ້ຈ້ອງກິມ, ຮອງປະທານ ທັງເປັນເລຂານຸການໃຫ່ຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນສຳນັກສັງຄະລາດຟາດຢ້ຽມ, ເທດສະບານເມືອງກິມເຊີນ, ແຂວງນິງບິງ ໃນໂອກາດວັນບຸນຄຼິດສະມາດ 2013.
ທ່ານຫວູ້ຈ້ອງກິມ ເນັ້ນໜັກເຖິງການປະກອບສ່ວນອັນໃຫ່ຍຫຼວງຂອງຊາວຄິຼດໃນການຮ່ວມເດີນທາງພ້ອມກັບ ແນວໂຮມປະເທດຊາດຫວຽດນາມ ໃນການຊ່ວຍ ປຊຊ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ. ທ່ານຫວູ້ຈ້ອງກິມ ປາດຖະໜາວ່າ: ສຳນັກສັງຄະລາດຟາດຢ້ຽມ ສືບຕໍ່ມີການປະກອບສ່ວນຕ່າງໆ, ຕັ້ງໜ້າເຂົ້າຮ່ວມບັນດາການຂົນຂວາຍຄື: ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຊາວຫວຽດນາມ ໃຫ້ບຸລິມະສິດໃຊ້ສິນຄ້າຫວຽດນາມ…
ຕາງໜ້າໃຫ້ຜູ້ມີຍົດຖາບັນດາສັກໃນສຳນັກສັງຄະລາດຟາດຢ້ຽມ, ສັງຄະລາດ ຫງວຽນນັງ ໃຫ້ຮູ້ວ່າ: ຄວາມເອົາໃຈໃສ່ຂອງພັກ, ອຳນາດການປົກຄອງ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕໍ່ບັນດາການເຄື່ອນໄຫວສາສະໜາເວົ້າລວມ ແລະ ໃນໂອກາດວັນບຸນຄຼິດສະມາດເວົ້າສະເພາະ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງຊາວຄິຼດ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈ, ປະກອບສ່ວນພັດທະນາເສດຖະກິດສັງຄົມ./.