ຊາວຫວຽດນາມຢູ່ລາວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ
ພິທີຖະຫວາຍທູບທຽນ ແລະ ອາໄລຫາບັນດານັກຮົບວິລະຊົນທີ່ເສຍ
ສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບ ປະສົມ ລາວ - ຫວຽດນາມ
(ພາບ: vietbao.vn)
(vovworld) - ສະເຫຼີມສະຫຼອງ 68 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2015), ວັນທີ 26/7 ສະຖານທູດ ຫວຽດນາມ ປະຈຳ ລາວ, ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ແລະ ວາງພວງມາລາ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບ ປະສົມ ລາວ - ຫວຽດນາມ ເສຍສະຫຼະຊີວິດເພື່ອຊາດ ຢູ່ ບ້ານເກີນ, ເມືອງ ໂພນໂຮງ, ແຂວງ ວຽງຈັນ. ນີ້ແມ່ນການເຄື່ອນໄຫວປະຈຳປີ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງລຸ່ນປະຈຸບັນຕໍ່ການເສຍສະຫຼະອັນໃຫຍ່ຫລວງຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອພາລະກິດສາກົນອັນທີ່ສູງສົ່ງ, ເພື່ອເອກະລາດ, ເສລີພາບຂອງ 2 ຊົນຊາດ ຫວຽດນາມ ແລະ ລາວ. ເຂົ້າຮ່ວມພິທີ, ນອກຈາກບັນດາພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ, ອົງການກ່ຽວຂ້ອງ, ຍັງມີບັນດາຜູ້ຕາງໜ້າສະຫະພັນນັກຮົບເກົ່າ ລາວ, ອຳນາດການປົກຄອງທ້ອງຖິ່ນ, ສະມາຄົນນັກທຸລະກິດ ຫວຽດນາມ ຢູ່ ລາວ, ພ້ອມກັບພໍ່ແມ່ຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ເປັນຈຳນວນຫລວງຫລາຍ.