ຊາວຫວຽດນາມອາໄສຢູ່ຝຣັ່ງຈັດຕັ້ງພິທີຕ້ອນຮັບລະດູບານໃໝ່
ລາຍການສະແດງສິລະປະໃນພິທີ
(vovworld) – ວັນທີ 15/2, ຢູ່ສຳນັກງານຂອງອົງການວັດທະນະທຳ, ວິທະຍາສາດ ແລະ ສຶກສາ ສະຫະປະຊາຊາດ (UNESCO) ຢູ່ນະຄອນຫຼວງ ປາຣີ, ສະມາຄົມຊາວ ຫວຽດນາມ ຢູ່ ຝຮັ່ງ ຈັດຕັ້ງພິທີຕ້ອນຮັບປີໃໝ່ປີມະເມຍ 2014. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງຕ໋ວນແອງ ໄດ້ເຂົ້າຮ່ວມ ແລະ ໂອ້ລົມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ. ທີ່ພິທີ, ທ່ານເລຂາທິການໃຫຍ່ ພ້ອມກັບຄະນະບໍລິຫານງານຊຸດໃໝ່ຂອງສະມາຄົມຊາວ ຫວຽດນາມ ຢູ່ ຝຣັ່ງ ແລະ ຝາກຄຳອວຍພອນປີໃໝ່ທີ່ດີງາມເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ແລະ ເພື່ອນມິດຟຣັ່ງ ຫຼາຍຄົນ. ທ່ານ Herry ດັ້ງ, ຮັບຜິດຊອບການຕ່າງປະເທດຂອງສະມາຄົມຊາວ ຫວຽດນາມ ຢູ່ ຟຣັ່ງ, ໃຫ້ຮູ້ວ່າ:
“ປີ 2013 ແມ່ນປີທີ່ເປັນຂີດໝາຍຂີດໝາຍຍ້ອນ 2 ປະເທດໄດ້ເຊັນຂໍ້ຕົກລົງການພົວພັນຮ່ວມມືຍຸດທະສາດ ແລະ ປີ ຝຣັ່ງ ຢູ່ ຫວຽດນາມ, ກໍ່ຄືເຫັນປະຈັກຕາຜົນງານຫຼາຍຢ່າງຂອງການພົວພັນ ຫວຽດນາມ, ຝຣັ່ງ ແລະ ໃນປີ 2014 ນີ້ ຈະເຫັນປະຈັກຕາບາດກ້າວໃໝ່ດ້ວຍ ປີຫວຽດນາມ ຢູ່ ຝຣັ່ງ ທີ່ຫາກໍ່ຈັດພິທີໄຂຂຶ້ນ. ປີກາຍ, ຫວຽດນາມ ບັນລຸໄດ້ຫຼາຍບາດກ້າວເປັນໜ້າຊື່ນຊົມ ແລະ ປະຊາຄົມ ຊາວ ຫວຽດນາມ ຢູ່ ຝຣັ່ງ ມີຄວາມເອກອ້າງທະນົງໃຈຕໍ່ປະເທດຂອງຕົນ. ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າກໍ່ແບ່ງປັນບັນດາສິ່ງທ້າທາຍທີ່ວາງອອກໃຫ້ແກ່ປະເທດຊາດ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ ຝຣັ່ງ ຮຽງບ່າຮຽງໄຫຼ່ ສາມັກຄີພ້ອມກັບພໍ່ແມ່ປະຊາຊົນໃນທົ່ວປະເທດຜ່ານຜ່າການທ້າທາຍນັ້ນ”