ຊາວອີຣັກເກືອບ 110 ຄົນເສຍຊີວິດ ໃນເຫດບຸກໂຈມຕີຕ່າງໆ

ຊາວອີຣັກເກືອບ 110 ຄົນເສຍຊີວິດ ໃນເຫດບຸກໂຈມຕີຕ່າງໆ - ảnh 1
( ພາບປະກອບ )

( vovworld ) -    ບັນດາ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ​ໃຫ້​ຮູ້​ວ່າ ​ໄລ່​ມາ​ຮອດ​ຄໍ່າ​ຄືນ​ວັນ​ທີ 23/7, ຈຳນວນ​ຄົນ​ເສຍ​ຊີວີດ​ໃນ​ເຫດວາງ​ລະ​ເບີດ​ເປັນ​ຫຼາຍ​ຄັ້ງ​ເຊິ່ງ​ເກີດ​ຂຶ້ນ​ໃນ​ວັນ​ດຽກັນ​ຢູ່ 18 ນະຄອນ​ຂອງ​ປະ​ເທດ​ນີ້ ​ໄດ້​ເພີ່ມ​ຂຶ້ນ​ເກືອບ 110 ຄົນ​ແລະ ກວ່າ 200 ຄົນຖືກ​ບາດ​ເຈັບ. ນີ້​ແມ່ນ​ມື້​ທີ່​ມີ​ຈຳນວນ​ຄົນ​ເສຍ​ຊີວິດ ​ແລະ ຮັບບາດ​ເຈັບຫຼາຍສຸດ​ຢູ່​ອີຣັກ ນັບ​ແຕ່​ເດືອນ 5/2010 ​ເປັນ​ຕົ້ນ​ມາ. ປະຈຸ​ບັນ​ບໍ່​ທັນ​ມີ​ອົງການ​ໃດໆອອກ​ມາ​ກ່າວ​ຮັບຜິດຊອບ​ຕໍ່​ການ​ປະຕິບັດ​ບັນດາ​ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ເທື່ອ, ​ແຕ່​ວ່າ​ເຄື​ອຂ່າຍ​ກໍ​ການ​ຮ້າຍ Al Qaeda ​ໄດ້​ກາວ​ເຕື່ອນວ່າ ​ໃນ​ຊຸມ​ມື​ທີ່​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ປຸກລະດົມ​ບັນດາ​ການ​ບຸກ​ໂຈມ​ຕີ ​ເພື່ອ​ຢືດ​ເອົາ​ຖານ​ທີ່​ໝັ້ນການ​ທະ​ຫານຈາກ​ກອງທັບລັດຖະບານ. ບັນດາ​ການ​ບຸກ​ໂຈມ​ຕີ​ເຊິ່ງ​ເກີດ​ຂຶ້ນ​ຢູ່ 18 ນະຄອນ, ​ໃນ​ນັ້ນ​ມີ​ນະຄອນຫຼວງ Baghdad. ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນອງ​ເລືອດທີ່​ສຸດ​ເກີດ​ຂຶ້ນ​ຢູ່​ເທດສະບານ​ເມືອງ Taji, ຫ່າ​ງຈາກ​ນະຄອນຫຼວງ Baghdad 25 ກມ ​ໄປທາງ​ທິດ​ເໜືອ, ​ເຊິ່ງລວມມີ​ການວາງ​ລະ​ເບີດ​ສະຫຼະ​ຊີບ ​ແລະ ບາງ​ເຫດວາງ​ລະ​ເບີດ​ຕ້າຍ​ນ​ແຄມ​ທາງ​ເຊິ່ງ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ ​ແລະ 29 ຄົນ​ຖືກ​ບາດ​ເຈ​ັບ.

ຂ່າວ/ບົດ​ອື່ນ