ຊາວໜຸ່ມ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງກັບຊາວໜຸ່ມສາກົນ

(VOVWORLD) - ແຕ່ວັນທີ 12 – 13 ຕຸລາ, ທີ່ນະຄອນຫລວງ ມົດສະກູ ສະຫະພັນ ລັດເຊຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີກ່ຽວກັບວຽກງານຊາວໜຸ່ມແຫ່ງຊາດ. 
ຊາວໜຸ່ມ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງກັບຊາວໜຸ່ມສາກົນ - ảnh 1ທີ່ກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມ ມີ ຄະນະຜູ້ແທນທີ່ມາຈາກທົ່ວ 5 ທະວີບປະມານ 70 ຄະນະ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງພາຍໃນ ຫງວຽນຈ້ອງເທື່ອ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາຫົວເລື່ອງຄື: ການສຶກສາ, ວິທະຍາສາດ, ສາທາລະນະສຸກ, ການກຳນົດທິດອາຊີບໃຫ້ຊາວໜຸ່ມ. ກອງປະຊຸມໄດ້ເນັ້ນໜັກເຖິງຄວາມຈຳເປັນ ຂອງການຮັບປະກັນຄວາມໝັ້ນຄົງກ່ຽວກັບຊີວະພາບໃນໂລກທັນສະໄໝ, ກໍ່ຄືບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນຮ້າຍຢ້ອນຫລັງຈາກການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນອະນາຄົດໃຫ້ມີສຸຂະພາບແຂງແຮງ ແລະ ຄວາມຜາສຸກຂອງຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ