ຊາວໜຸ່ມນະຄອນຫຼວງນຳ“ບຸນເຕັດທີ່ເຕັມໄປດ້ວຍຄວາມຮັກແພງ”ມາຍັງຄົນທຸກຍາກ

ຊາວໜຸ່ມນະຄອນຫຼວງນຳ“ບຸນເຕັດທີ່ເຕັມໄປດ້ວຍຄວາມຮັກແພງ”ມາຍັງຄົນທຸກຍາກ - ảnh 1
ພາບປະກອບ

Vovworld – ວັນ​ທີ 1/2, ​ໂດຍ​ເປີດ​ສາກ​ລາຍການ “ລະດູບານ​​ໃໝ່​ອາ​ສາ​ສະໝັກ - ບຸນ​ເຕັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ”, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈີ​ມິນ, ສະຫະພັນ​ຊາວ​ໜຸ່ມນະຄອນ ຮ່າ​ໂນ້ຍ ສົມທົບ​ກັບ​ສະພາກາ​ແດງ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ໜຸ່ມ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ການ​​ໄປ​ຢື້​ຢາມ​ຖາມ​ຂ່າວ ​ແລະ ມອບ​ຂອງຂວັນ​ໃຫ້​ຄົນ​ທຸກ​ຍາກ​ກ່ວາ 300 ຄົນ​ຢູ່​ເມືອງ ບາ​ວີ່, ​ເມ​ລີງ, ໝີ້ດຶກ. ນີ້​ແມ່ນ 3 ຕາ​ແສງ​ຊານ​ນະຄອນ ຮ່າ​​ໂນ້ຍ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ສັງຄົມ. “ບຸນ​ເຕັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ” ​ແມ່ນ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການຈັດ​ຕັ້ງ​ປະຈຳ​ປີ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ຊ່ວຍ​​ເຫຼືອ​ບັນດາ​​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ ​ແລະ ອິ່ມໜຳສຳລານ​ກ່ວາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຊາ​ວໜຸ່ມ​ນະຄອນ ຮ່າ​ໂນ້ຍ ​ຈະ​ສືບຕໍ່ສົມທົບ​ກັບ​ບັນດາ​ສ່ວນ​ບຸກຄົນ ​ແລະ ຄະນະ, ຂະ​ແໜງ​ການ, ໝູ່​ຄະນະ​ເພື່ອ​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ທີ່​ມີ​ລັກສະນະ​ມະນຸດ​ສະ​ທຳ ​ແລະ ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ບໍ່​ພຽງ​ແຕ່​ໃນ​ໂອກາດ ບຸນ​ເຕັດ​ນີ້​ເທົ່ານັ້ນ ຫາກ​ຍັງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ບຸ​ນ​ໃຫຍ່​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ