ຊາວໜຸ່ມຫວຽດນາມ - ຈີນ ພ້ອມກັນເຮັດໃຫ້ ນ້ຳໃຈມິດຕະພາບ ລະຫວ່າງໄວໜຸ່ມ 2 ປະເທດເລີກເຊິ່ງຂຶ້ນເຕີມ
ຄະນະຜູ້ແທນຊາວໜຸ່ມຈີນ ມາຢ້ຽມຢາມຫວຽດນາມ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 26/03, ທ່ານ ຮ່ວາງບິງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຊາວໜຸ່ມຈີນ ໂດຍທ່ານເລຂາທິການ ຄະນະເລຂາສູນກາງຊາວໜຸ່ມກອມມູນິດຈີນ ລາໄໝ, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມລາຍການພົບປະມິດຕະພາບຊາວໜຸ່ມຫວຽດນາມ - ຈີນ ປີ 2014.
ທ່ານຮ່ວາງບິ່ງກວາງ ຊົມເຊີຍເລື່ອງຄະນະຊາວໜຸ່ມ 2 ປະເທດ ຈັດຕັ້ງບັນດາການພົບປະມິດຕະພາບຊາວໜຸ່ມຫວຽດນາມ - ຈີນ ປີ 2014, ຖືນີ້ແມ່ນໂອກາດເພື່ອໃຫ້ໄວໜຸ່ມ 2 ປະເທດພ້ອມກັນຫວນຄືນມູນເຊື້ອມິດຕະພາບລະຫວ່າງຫວຽດນາມ - ຈີນ, ພ້ອມກັນເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ແລະ ໄວໜຸ່ມ 2 ປະເທດເລິກເຊິ່ງ, ມີຊີວິດຊີວາກວ່າ.
ທ່ານຮ່ວາງບິ່ງກວນ ກໍ່ປາດຖະໜາວ່າ ຊາວໜຸ່ມ 2 ປະເທດຈະປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.