ຍົກລະດັບການຮ່ວມມືທະຫານເຮືອຫວຽດນາມ-ອິນໂດເນເຊຍ

ຍົກລະດັບການຮ່ວມມືທະຫານເຮືອຫວຽດນາມ-ອິນໂດເນເຊຍ - ảnh 1
ທ່ານພົນ​ເຮືອ​ເອກ ຫງວຽນ​ວັນ​ຫ໋ຽນ (ເບື້໋ອງຂວາ)
(ພາບ: TTXVN)


(vovworld) - ​ວັນ​ທີ 11/12, ຢູ່ ອິນ​​ໂດ​ເນ​ເຊຍ ທ່ານ​ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ທະຫານ​ເຮືອ ຫວຽດນາມ, ພົນ​ເຮືອ​ເອກ ຫງວຽນ​ວັນ​ຫ໋ຽນ ມີ​ການ​ພົບປ​ະກັບ​ຜູ້​ບັນຊາ​ການ​ທະຫານ​​ເຮືອ ອິນ​ໂດ​ເນ​ເຊຍ, ທ່ານ​ພົນ​ເຮືອ​ເອກ Marsetio. ການ​ພົບ​ປະ​ຖືກ​ດຳ​ເນີນ​ໄປ​ເນື່ອງ​ໃນ​ໂອກາດ​ທ່ານ​ພົນ​ເຮືອ​ເອກ ຫງວຽນ​ວັນ​ຫ໋ຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ທະ​ເລສາກົນ Jakarta 2013.

    ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ພົນ​ເຮືອ​ເອກ ຫງວຽນ​ວັນ​ຫ໋ຽນ  ຕີ​ລາຄາ​ສູງ​ບົດບາດ​ຂອງ ອິນ​ໂດ​ເນ​ເຊຍ ​ໃນ​ອາ​ຊຽນ, ພາກ​ພື້ນ ​ແລະ ຢູ່​​ໃນ​ໂລກ, ພ້ອມ​ທັງ​ຊີ້​ແຈ້ງວ່າ: ທະຫານ​ເຮືອ 2 ປະ​ເທດ​ແບ່ງປັນ​ຫຼາຍ​ທັດສະນະ​ລວມ ​ແລະ ພ້ອມ​ກັນ​ປາດ​ຖະໜາ​ຢາກ​ເພີ່​ມທະວີ, ​ເປີດ​ກ້ວາງ ​ແລະ ​​ເຮັດ​ໃຫ້ກາ​ນພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ທະຫານ​ເຮືອ 2 ປະ​ເທດ​ໃນ​ຂົງ​ເຂດ 2 ຝ່າຍ​ກໍ່​ຄື​ບັນດາ​ກົນ​ໄກ ADMM ​ແລະ ADMM+ ​ເລິກ​ເຊິ່ງກ່ວາ​ອີກ.

    ພົນ​ເຮືອ​ເອກ ຫງວຽນ​ວັນ​ຫ໋ຽນ ກໍ່ສະ​ເໜີ​ບາງ​ຂໍ້​ລິ​ເລີ່​ມຮ່ວມ​ມື​ຄື: ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ຢູ່​ທຸກໆ​ຂັ້ນ, ​ໃຫ້ກຳປັ່ນ​ທະຫານ​ເຮືອດຳ​ເນີນ​​ການ​ຢ້ຽມຢາມ​​ເຊິ່ງກັນ ​ແລະ ກັນ, ​ແລກປ່ຽນ​ບົດຮຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ວິທະຍາສາດ​ທະຫານ​ເຮືອ 2 ປະ​ເທດ​​.​

 


ຂ່າວ/ບົດ​ອື່ນ