ຍົກລະດັບເຄື່ອງໝາຍການຄ້າຫວຽດນາມ ໃນການເຊື່ອມໂຍງ

(VOVWORLD) -ໃນປີ 2021, ເຊິ່ງເປັນປີທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2021 – 2025, ຍຸດທະສາດ 10 ປີໄລຍະ 2021 – 2030
ຍົກລະດັບເຄື່ອງໝາຍການຄ້າຫວຽດນາມ ໃນການເຊື່ອມໂຍງ - ảnh 1ທ່ານ ໂດ້ທັ໊ງຫາຍ, ຮອງລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າຫວຽດນາມ
(ພາບ: hanoimoi.com.vn)

ນັບແຕ່ປີ 2008, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕົກລົງຖືເອົາວັນທີ 20 ເມສາ ແຕ່ລະປີແມ່ນວັນເຄື່ອງໝາຍການຄ້າຫວຽດນາມ ເພື່ອແນໃສ່ເຊີດຊູ, ໂຄສະນາເຄື່ອງໝາຍການຄ້າ ແລະ ພາບພົດຂອງຫວຽດນາມ. ໃນປີ 2021, ເຊິ່ງເປັນປີທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2021 – 2025, ຍຸດທະສາດ 10 ປີໄລຍະ 2021 – 2030, ປະຊາຄົມວິສາຫະກິດຫວຽດນາມ ສືບຕໍ່ກ້າວຂຶ້ນບົນເສັ້ນທາງການສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າໄວ້ຢ່າງໝັ້ນຄົງ, ນຳວິສາຫະກິດຫວຽດນາມ ໃຫ້ນັບມື້ນັບເຊື່ອມໂຍງ ແລະ ພັດທະນາ. ທ່ານ ໂດ້ທັ໊ງຫາຍ, ຮອງລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າຫວຽດນາມ, ຖືວ່າ:

        “ໃນສະພາບປະຈຸບັນ, ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຄຽງຂ້າງນັ້ນແມ່ນບັນດາກາລະໂອກາດເຊິ່ງສັນຍາການຄ້າເສລີທີ່ຫວຽດນາມ ໄດ້ລົງນາມ, ກໍຄືພວມເຈລະຈາກັບບັນດາຄູ່ຮ່ວມມືສາກົນນັ້ນ ກໍມີສີ່ງທ້າຍທາຍຫຼາຍຢ່າງສຳລັບວິສາຫະກິດຫວຽດນາມ. ຍ້ອນເຫດນັ້ນ, ໂຄງການເຄື່ອງໝາຍການຄ້າແຫ່ງຊາດ ມີຄວາມໝາຍຫຼາຍຢ່າງ ແລະ ແທດຈິງ. ໜຶ່ງໃນບັນດາຄວາມໝາຍນັ້ນແມ່ນຊ່ວຍໃຫ້ວິສາຫະກິດຫວຽດນາມ ຍົກສູງກຳລັງແກ່ງແຍ້ງຂອງຕົນຢູ່ຕະຫຼາດພາຍໃນປະເທດ ກໍຄືຢູ່ບັນດາຕະຫຼາດເຊິ່ງຫວຽດນາມ ພວມມີທ່າແຮງໃນການສົ່ງອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ