ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:hanoimoi
|
(vovworld)- ວັນທີ 7/3, ຢູ່ ຮ່າໂນ້ຍ, ສະຖານທູດ ລາຊະອານາຈັກ ອັງກິດ ແລະ ໄອແລນເຫນືອ ສົມທົບກັບກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງກອງປະຊຸມ ປຶກສາຫາລື ກ່ຽວກັບບັນດາທ່າອ່ຽງປ່ຽນແປງທົ່ວໂລກ ແລະ ວິທີພັດທະນາຍຸດທະສາດສອນວິຊາຊີບຢູ່ຫວຽດນາມ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານ. ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ເນັ້ນຫນັກວ່າ: ຫວຽດນາມ ໄດ້ ແລະ ພວມປະຕິບັດການປ່ຽນໃຫມ່ລະບົບສຶກສາ, ບຳລຸງສ້າງໂດຍພື້ນຖານ, ຮອບດ້ານ, ໃນນັ້ນ ວຽກງານສອນວິຊາຊີບ ແມ່ນເນື້ອໃນສຳຄັນທີ່ສຸດ. ເລື່ອງສ້າງຕັ້ງປະຊາຄົມ ອາຊຽນ, ເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃຫມ່ ແມ່ນບັນດາກາລະໂອກາດອັນລ້ຳຄ່າ ຄວນຍາດແຍ່ງເພື່ອໃຫ້ການສອນວິຊາຊີບ ຂອງ ຫວຽດນາມ ຜ່ານຜ່າສິ່ງທ້າທາຍໃນການພັດທະນາແຫລ່ງຊັບພະຍາກອນທີ່ມີຄຸນນະພາບ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງວິສາຫະກິດໃນທ່າອ່ຽງເຊື່ອມໂຍງ.