(vovworld) - ຕອນເຊົ້າວັນທີ 17/1, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2012 ແລະ ຜັນຂະຫຍາຍໜ້າທີ່ປີ 2013 ຂອງຫ້ອງວ່າການສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີໃຫ້ໝູ່ຄະນະພະນັກງານ, ລັດຖະກອນຫ້ອງວ່າການສະພາແຫ່ງຊາດ ຄວນມານະພະຍາຍາມກ່ວາອີກໃນປີ 2013, ໂດຍສະເພາະໃນການຄົ້ນຄ້ວາ, ປະກອບຄຳເຫັນທີ່ມີຄຸນນະພາບກ່ຽວກັບເນື້ອໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ສືບຕໍ່ເປັນເສນາທິການສ້າງບັນດາຮ່າງກົດໝາຍ, ລັດຖະບັນຍັດ, ມະຕິຂອງສະພາແຫ່ງຊາດ ກໍ່ຄືເພີ່ມທະວີການສົມທົບກັນປະຕິບັດບັນດາການເຄື່ອນໄຫວຕິດຕາມກວດກາໃນປີ 2013 ແລະ ຊຸມປີຕໍ່ໄປສຳເລັດຜົນ. ເພື່ອເຮັດໄດ້ຄືແນວນັ້ນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີວ່າ: ໃນການເຄື່ອນໄຫວຂອງຕົນ, ຫ້ອງວ່າການສະພາແຫ່ງຊາດ ຄວນມີການປ່ຽນໃໝ່ຢ່າງຮອບດ້ານຕາມທິດເລິກເຊິ່ງ, ແບບອາຊີບ, ດ້ວຍຖັນແຖວພະນັກງານທີ່ມີຄວາມຮູ້ຄວາມສາມາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງເນັ້ນໜັກວ່າ:
”ຍົກສູງຄຸນນະພາບປະສິດທິຜົນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ. ການຕິດຕາມກວດກາຂອງສະພາແຫ່ງຊາດມີ 2 ຫົວຂໍ້ໃຫຍ່, ນັ້ນແມ່ນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ລາຍງານອະທິບາຍການຕິດຕາມກວດກາຂອງສະພາ ແລະ ບັນດາຄະນະກຳມາທິການ ກໍ່ຄືຕິດຕາມກວດກາການປະຕິບັດບັນດາມະຕິຂອງສະພາແຫ່ງຊາດທີ່ກອງປະຊຸມສະໄໝທຳອິດ, ສະໄໝທີ 2, ສະໄໝທີ 3. ຕົ້ນສັບປະດາຈະມາເຖິງ ພວກເຮົາຈະຈັດຕັ້ງການປະຊຸມ ເພື່ອຕິດຕາມກວດກາບັນດາອົງການຂອງລັດຖະບານ ແລະ ອົງການຍຸຕິທຳໃນການຈັດຕັ້ງການປະຕິບັດມະຕິກ່ຽວກັບວຽກງານຍຸຕິທຳ ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫຼວງ. ວຽກງານເຫຼົ່ານັ້ນແມ່ນວຽກງານຈຸດສຸມ”