ຍົກສູງຄວາມສາມາດຂອງຂະແໜງກວດຊອບບັນຊີແຫ່ງລັດກ່ວາອີກ
ທ່ານຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ
ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: DinhNam)
(vovworld) - ເມື່ອໃຫ້ຄຳເຫັນໃສ່ຮ່າງບົດລາຍງານວຽກງານອາຍຸການປີ 2011 – 2016 ຂອງອົງການກວດຊອບບັນຊີແຫ່ງລັດໃນວາລະປະຊຸມ ຊຶ່ງຖືກດຳເນີນໃນຕອນເຊົ້າວັນທີ 24/02, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດສະເໜີຄວນຍົກສູງປະສິດທິຜົນການກວດຊອບບັນຊີ ແລະ ເພີ່ມທະວີການສົມທົບກັນລະຫວ່າງບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານໃນການປະຕິບັດຂໍ້ສະເໜີແນະຂອງຂະແໜງກວດຊອບບັນຊີ. ພ້ອມທັງຍົກສູງບົກບາດຕິດຕາມກວດກາຂອງສະພາແຫ່ງຊາດກ່ວາອີກ ສຳລັບເລື່ອງປະຕິບັດຂໍ້ສະເໜີແນະຂອງຂະແໜງກວດຊອບບັນຊີ; ຫລີກລ້ຽງກໍລະນີການເຄື່ອນໄຫວກວດຊອບບັນຊີ ແລະ ການເຄື່ອນໄຫວກວດກາອື່ນໆຖືກຊ້ອນກັນ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບວຽກງານກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ 13, ຊຶ່ງຄາດວ່າຈະຖືກໄຂຂຶ້ນໃນວັນທີ 21/03.