ຍົກສູງຄວາມສາມາດແກ່ງແຍ້ງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ

ຍົກສູງຄວາມສາມາດແກ່ງແຍ້ງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11/07, ຢູ່​ນະຄອນ​ເກີນ​ເທີ, ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ ​ໄດ້​ຈັດ​ພິທີ​ເລີ່​ມ​ດຳ​ເນີນ​ໂຄງການ “ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​​ໃນ​ການ​ສົ່ງ​ອອກໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍຂອງ​ຫວຽດນາມ ຜ່ານ​ລະບົບ​ສົ່ງ​ເສີມ​ການ​ຄ້າ​ທ້ອງ​ຖິ່ນ”. ​ໂຄງການ ດັ່ງ​ກ່າວ ​ໂດຍ​ລັດຖະບານ​ສະ​ວິດ  ອຸປະ​ຖຳ ​ແລະ ​ໄດ້​ຮັບ​ການປະຕິບັດ​ໃນ​ຮອບ​ເວລາ 4 ປີ (​ແຕ່​ປີ 2013 - 2016) ດ້ວຍ​ຍອດ​ຈຳນວນ​ເງິນ​ເກືອບ 3,9 ລ້ານ USD. ຈຸດໝາຍ​ລວມຂອງ​ໂຄງການ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນການ​ສົ່ງ​ອອກ​ໃຫ້​ແກ່ງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ​ຫວຽດນາມ, ຜ່ານ​ນັ້ນ, ຊຸກຍູ້​ການ​ເພີ່ມວົງ​ເງິນ​ສົ່ງ​ອອກ ​ແລະ ພັດທະນາ​ບັນດາ​ຂະ​ແໜງ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ່​ຂອງ​ຫວຽດນາມ ຜ່ານ​ລະບົບ​ສົ່ງ​ເສີມ​ການ​ຄ້າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທ​ດ. ຈຸດໝາຍ​ນີ້​ກໍ່​​ແນ​ໃສ່​ຫັນ​ບັນດາ​ນະ​ໂຍບາຍ​ຂອງ​ລັດຖະບານ​​ໃນ​ໄລ​ຍະ​ປະຈຸ​ບັນ​ເປັນລະອຽດ ​​ເພື່ອ​ແນ​ໃສ່​​ເປີດ​ກວ້າງ​ຕະຫຼາດ​ຈຳ​ໜ້າຍ​ຜະລິດ​ຕະພັນ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຈຳ​ນ່າຍ​​ສິນຄ້າຄ້າງ​ສາງ, ຍູ້​ແຮງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ວິ​ສາ​ຫະກິດ.
ຂ່າວ/ບົດ​ອື່ນ