ຍົກສູງບົດບາດຂອງບັນດາ ອົງການແຫ່ງລັດໃນການ ຄົ້ນພົບແລະລົງໂທດ ການກະທຳສໍ້ລາດບັງຫຼວງ

ຍົກສູງບົດບາດຂອງບັນດາ ອົງການແຫ່ງລັດໃນການ ຄົ້ນພົບແລະລົງໂທດ ການກະທຳສໍ້ລາດບັງຫຼວງ - ảnh 1
(ພາບປະກອບ:
ngoaivuhatinh.gov.vn)

(vovworld)-  ຕອນ​​ເຊົ້າ​ວັນ​ທີ 9/7 ຢູ່​ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ​ໄດ້​ຈັດ​ກອງ​ປະຊຸ​ມສຳ​ມະ​ນາ ”ບົດບາດ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການຄົ້ນພົບ ​ລົງ​ໂທດ ​ການກະທຳ​ສໍ້​ລາດ​ບັງ​ຫຼວງ-ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ”. ​ໃນ​ຊຸມ​ປີຜ່ານມາ, ວຽກ​ງານ​ປ້ອງກັນ, ຕ້າ​ນ​ໄພ​ສໍ້​ລາດ​ບັງ​ຫຼວງ ບັນລຸ​​ໄດ້​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ, ຫຼາຍ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບສົນ​ໄດ້​ຄົ້ນພົບ ​ແລະ ລົງ​ໂທດ​ຢ່າ​ງ​ເຂັ້ມງວດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະພາບສໍ້​ລາດ​ບັງ​ຫຼວງ, ຟູມ​ເຟືອຍ​ຍັງ​ໄດ້​ເກີດ​ຂຶ້ນ​ຢູ່​ຫຼາຍ​ຂະ​ແໜງ​, ຂັ້ນຕ່າງໆ, ຫຼາຍ​ຂົງ​ເຂດ​ດ້ວຍ​ຂອບ​​ເຂດ​ກ້ວາງ​ຂວາງ ​ແລະ ມີ​ລັກສະນະ​ສັບສົນ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພສໍ້​ລາດ​ບັງ​ຫຼວງ​ຍັງ​ມ​ີຄວາມ​ຈຳ​ກັດ…​ທ່ານ​ຫງວຽນ​ກວກ​ຮຽບ, ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​ກວດກາ, ສັ​ງກັດ​ອົງການ​ກວດກາ​ລັດຖະບານ ຖືວ່າ: ​ເພື່ອ​ໃຫ້ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພສໍ້​ລາດ​ບັງ​ຫຼວງບັນລຸ​ປະສິດທິ​ຜົນ,ມາດ​ຕະການ​ຕົ້ນຕໍ ​ແລະ ພື້ນຖານ ນັ້ນ​ແມ່ນຍົກ​ສູງ​ບົດບາດ​ຂອງ​ບັນດາ​ອົ​ງການ​ແຫ່ງ​ລັດ​ໃນ​ການຄົ້ນພົບ ​ແລະ ລົງ​ໂທດ​ການ​ກະທຳ​ລາດ​ບັງ​ຫຼວງ:

  ”​ເພື່ອ​ຄົ້ນພົບ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ທີ່​ມີ​ປະສິດທິ​ຜົນ, ກ່ອນ​ອື່ນ​ໝົດ​ຕ້ອງ​ສ້າງ​ໄດ້​ຊ່ອງ​ເກັບ​ຂໍ້​ມູນ​ຂ່າວສານ, ​ເອກະສານ​ກ່ຽວ​ກັບ​ການ​ສໍ້ລາດ​ບັງ​ຫຼວງ​ຢ່າງ​ພາວະ​ວິ​ໄສ, ກ້ວາງ​ຂວາງ ​ແລະ ​ໄວວາ. ຕ້ອງ​ມີ​ການ​ກຳນົດຄວາມ​ຮັບຜິດຊອບ​ໃຫ້​ບັນດາ​ອົງການ​ຢ່າງລະອຽດ​ຄື: ປະຕິບັດວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພສໍ້​ລາດ​ບັງ​ຫຼວງ​ໄດ້​ດີ​ແລ້ວ​ບໍ່, ການ​ຕໍ່ສູ້ ​ແລະ ຄົ້ນພົບ, ລົງ​ໂທດ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ອົງການ​ໃດ…”

 

 

ຂ່າວ/ບົດ​ອື່ນ