ຍົກສູງປະສິດທິຜົນວຽກງານຄຸ້ມຄອງເຂດຊາຍແດນຫວຽດນາມ-ລາວໃນສະພາບການໃໝ່
ທີ່ກອງປະຊຸມ
(ພາບ: khoahocphattrien)
(vovworld) - ວັນທີ 19/05, ຢູ່ຮ່າໂນ້ຍ, ຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມໂຄສະນາໂຄງການປັກຫຼັກໝາຍຖີ່ ແລະ ບຸລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ແລະ ເອກະສານນິຕິກຳກ່ຽວກັບການຄຸ້ມຄອງເຂດຊາຍແດນແຫ່ງຊາດຫວຽດນາມ - ລາວ ໃຫ້ບັນດາອົງການສື່ມວນຊົນ ແລະ ບັນດາກະຊວງ, ຂະແໜງການ. ທ່ານ ຫງວຽນແອງຢຸງ, ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ.
“ບົນພື້ນຖານມີເສັ້ນຊາຍແດນຢ່າງຈະແຈ້ງຄືແນວນັ້ນ, ປະຊາຊົນ 2 ປະເທດສາມາດຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຜ່ານນັ້ນ ປະກອບສ່ວນສຳຄັນເຂົ້າໃນສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ”.
ກ່ຽວກັບວຽກງານຄຸ້ມຄອງເຂດຊາຍແດນ, ຫວຽດນາມ ແລະ ລາວ ໄດ້ລົງນາມໃນເອກະສານດ້ານນິຕິກຳ 2 ສະບັບນັ້ນແມ່ນ “ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນຫວຽດນາມ - ລາວ” ແລະ “ສັນຍາກ່ຽວກັບກົດລະບຽບຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນທາງບົກຫວຽດນາມ - ລາວ”. ນີ້ແມ່ນເອກະສານນິຕິກຳ 2 ສະບັບກ່ຽວກັບເສັ້ນຊາຍແດນ ແລະ ບັນດາທີ່ຕັ້ງຫຼັກໝາຍຊາຍແດນແຫ່ງຊາດຢ່າງຄົບຖ້ວນ, ຊັດເຈນ, ປະກອບສ່ວນສ້າງພື້ນຖານດ້ານກົດໝາຍໃຫ້ສົມບູນແບບເໝາະສົມກັບກົດບັດຂອງສະຫະປະຊາຊາດ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ; ຍົກສູງປະສິດທິຜົນວຽກງານຄຸ້ມຄອງເຂດຊາຍແດນໃນສະພາບການໃໝ່, ເພີ່ມທະວີ, ປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.