ຍົກສູງປະສິດທິຜົນແຫ່ງການສົມທົບກັນຜັນຂະຫຍາຍການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເປັນປະທານວາລະປະຊຸມ
(ພາບ: VGP)
(vovworld) - ວັນທີ 09/03, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເປັນປະທານວາລະປະຊຸມຄົບຄະນະຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແນໃສ່ສະຫຼຸບ, ຕີລາຄາວຽກງານປີ 2016, ປຶກສາຫາລືທິດທາງ, ໜ້າທີ່ປີ 2017. ເຂົ້າຮ່ວມວາລະປະຊຸມມີທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ເປັນສະມາຊິກຂອງຄະນະຊີ້ນຳ.
ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ ການເຊື່ອມໂຍງໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ວິສາຫະກິດ ແລະ ປະຊາຊົນ, ພ້ອມທັງຊຸກຍູ້ວິວັດການປັບປຸງລະບອບລະບຽບການພາຍໃນປະເທດ ຕາມມາດຕະຖານສາກົນໃຫ້ສຳເລັດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: ເປັນຄັ້ງທີ 2 ທີ່ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ, ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາລວມຂອງເວທີປາໄສເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ຫວຽດນາມ ເພີ່ມທະວີການໂຄສະນາຄວາມສາມາດບົ່ມຊ້ອນ, ການເຊື່ອມຕໍ່ກັບຄູ່ຮ່ວມມື, ເຮັດໃຫ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ ເລິກເຊິ່ງກວ່າອີກດ້ວຍ. ສຳລັບວຽກງານສື່ສານ, ໂຄສະນາກ່ຽວກັບການເຊື່ອມໂຍງກັບສາກົນ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງຄວນມີບັນດາມາດຕະການ, ວິທີສຳຜັດທີ່ດີກວ່າອີກ ເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດໄດ້ສຳຜັດກັບຂໍ້ມູນຂ່າວສານກ່ຽວກັບການເຊື່ອມໂຍງຢ່າງງ່າຍດາຍ ແລະ ສະດວກກວ່າ.