ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືໃນວັນທີ 10/11
(ພາບ: VnEconomy)
(vovworld) – ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນຢູ່ບັນດານິຄົມກະເສດ, ນິຄົມປ່າໄມ້ແຫ່ງລັດ ໄລຍະ 2004 – 2014 ແມ່ນເນື້ອໃນຕົ້ນຕໍເຊິ່ງບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືໃນວັນທີ 10/11 ທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13. ເພື່ອເຮັດໃຫ້ການຊັບຊ້ອນປ່ຽນໃໝ່ບັນດາບໍລິສັດກະສີກຳ, ປ່າໄມ້ຢ່າງມີປະສິດທິຜົນກ່ວາ ຄວນກຳນົດແຈ້ງຄວາມຮັບຜິດຊອບຂອງຜູ້ນຳໜ້າກະຊວງ, ຂະແໜງການ,ທ້ອງຖິ່ນ ວິສາຫະກິດໃນການຄຸ້ມຄອງ, ນຳໃຊ້ທີ່ດິນຂອງບັນດາບໍລິສັດກະສີກຳ, ປ່າໄມ້. ສະມາຊິກສະພາແຫ່ງຊາດຫລາຍທ່ານເນັ້ນໜັກວ່າ: ຕ້ອງມີມາດຕະການຢ່າງເຂັ້ມງວດ, ຂ້ຽວຂາດ ເພື່ອແນໃສ່ປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນຢູ່ບັນດານິຄົມກະເສດ, ນິຄົມປ່າໄມ້ແຫ່ງລັດ ຢ່າງມີປະສິດທິຜົນ. ທ່ານນາງ ຫງວຽນທູແອງ ສະມາຊິກສະພາແຫ່ງຊາດແຂວງ ເລີມດົ່ງ ສະເໜີວ່າ:
“ກວດກາຄືນກອງທຶນທີ່ດິນໃນທົ່ວປະເທດເວົ້າລວມ ແລະ ບັນດາແຂວງ ນະຄອນເວົ້າສະເພາະ. ສັງລວມສະພາບຂາດທີ່ດິນຢູ່ອາໄສ ແລະ ທີ່ດິນທຳການຜະລິດຢູ່ແຕ່ລະທ້ອງຖິ່ນ, ໄຈ້ແຍກສາຍເຫດເດັດດຽວ. ຖອນຄືນເນື້ອທີ່ດິນ ທີ່ນຳໃຊ້ຢ່າງຜິດກັບເປົ້າໝາຍ, ບໍ່ມີປະສິດທິຜົນ, ກໍ່ຄວາມຟຸມເຟືອຍ, ການຮົ່ວໄຫລ. ປັບໄໝລົງໂທດບັນດາສ່ວນບຸກຄົນ, ທ້ອງຖິ່ນທີ່ນຳໃຊ້ທີ່ດິນຜິດກັບເປົ້າໝາຍ, ບໍ່ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ”
ສິ້ນສຸດວາລະປະຊຸມ, ທ່ານນາງ ຫງວຽນທິກີມເງິນ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ແມ່ນອຸດົມສົມບູນ, ເຮັດແຈ້ງສະພາບຂະບວນວິວັດແຫ່ງາການ, ສ້າງຕັ້ງ ແລະ ພັດທະນາ ຜ່ານບັນດາໄລຍະຫັນປ່ຽນຂອງນິຄົມກະເສດ, ນິຄົມປ່າໄມ້ແຫ່ງລັດ ກໍ່ຄືສະພາບການນຳໃຊ້, ຄຸ້ມຄອງທີ່ດິນຢູ່ບັນດາ ນິຄົມກະເສດ, ນິຄົມປ່າໄມ້ແຫ່ງລັດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຊິ້ແຈ້ງວ່າ:
“ໃນການຕິດຕາມກວດກາການປະຕິບັດນະໂຍບາຍ ກົດໝາຍກ່ຽວກັບທີ່ດິນ, ກ່ຽວກັບການຄຸ້ມຄອງນຳໃຊ້ທີ່ດິນຢູ່ບັນດາ ນິຄົມກະເສດ, ນິຄົມປ່າໄມ້ແຫ່ງລັດໃນ 10 ປີຜ່ານມາ ແມ່ນໄດ້ຮັບການປະຕິບັດຕາມມະຕິຂອງສະພາແຫ່ງຊາດ ກ່ຽວກັບໂຄງການຕິດຕາມກວດກາປີ 2015. ອີງໃສ່ໝາກຜົນແຫ່ງການຕິດຕາມກວດກາ ສະພາແຫ່ງຊາດ ເຫັນດີເຫັນພ້ອມຕໍ່ການປະກາດໃຊ້ມະຕິ. ໃນນັ້ນ ສະພາແຫ່ງຊາດ ມອບໝາຍໃຫ້ລັດຖະບານປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍກົດໝາຍກ່ຽວກັບທີ່ດິນ ໃຫ້ເໝາະສົມກັບແຕ່ລະ ນິຄົມກະເສດ, ນິຄົມປ່າໄມ້. ປີ 2016, ລັດຖະບານ ຄວນປັບປຸງແຜນຮ່າງຊັບຊ້ອນ, ປ່ຽນໃໝ່ບັນດາບໍລິສັດກະສິກຳ ປ່າໄມ້ໄລຍະປີ 2016 – 2020 ໃຫ້ສຳເລັດ ”.