ຍິງປືນໃສ່ກັນໃນເຂດຊາຍແດນປາກິດສະຖານ-ອິນເດຍ
ທະຫານ ປາກິດສະຖານຢູ່ Wagah, ຕິດກັບເຂດ ອິນເດຍໃນວັນທີ 16/10
(ພາບ: AFP/ TTXVN)
(vovworld) – ວັນທີ 29/10, ວົງການເຈົ້າໜ້າທີ່ປາກິດສະຖານ ໃຫ້ຮູ້ວ່າ: ໄດ້ເກີດເຫດຍິງປືນໃສ່ກັນຄັ້ງໃໝ່ລະຫວ່າງທະຫານຂອງປະເທດນີ້ກັບທະຫານຂອງ ອິນເດຍ ຢູ່ເຂດພິພາດກັນ Kashmir, ເຮັດໃຫ້ພົນລະເມືອງ ປາກິດສະຖານ ໜຶ່ງຄົນເສຍຊີວິດ. ທ່ານ Abdul Majeed Mughal, ເຈົ້າໜ້າທີ່ຂັ້ນສູງໃນອຳນາດການປົກຄອງຢູ່ເຂດ Kashmir, ກ່າວປະນາມບັນດາທະຫານ ອິນເດຍ ໄດ້ຍິງທຳລາຍໃນວັນທີ 28/10 ໂດຍບໍ່ມີເຫດຜົນ. ກະຊວງການຕ່າງປະເທດ ປາກິດສະຖານ ໃຫ້ຮູ້ວ່າ: ເຂົາເຈົ້າໄດ້ສົ່ງຈົດໝາຍທາງການຄັດຄ້ານໃຫ້ ອິນເດຍ ກ່ຽວກັບເຫດການດັ່ງກ່າວ. ກ່ອນໜ້ານັ້ນ, ຢ່າງໜ້ອຍສຸດມີສາມັນຊົນ 20 ຄົນເສຍຊີວິດ ແລະ ປະຊາຊົນນັບພັນຄົນຢູ່ເຂດຊາຍແດນ (LoC) ລະຫວ່າງ 2 ປະເທດຢູ່ Kashmir, ໄດ້ໄປໜີ້ໄພນັບແຕ່ວັນທີ 6/10 ຜ່ານມາ, ເຊິ່ງແມ່ນເວລາເກີດການຍິງປືນໃສ່ກັນຢູ່ຊາຍແດນຮ້າຍແຮງທີ່ສຸດໃນຫຼາຍປີຜ່ານມາ.