(vovworld) - ວັນທີ 12/10, ຫົວໜ້າຫ້ອງການຄະນະລັດຖະບານຍີ່ປຸ່ນ Osamu Fujimura ໄດ້ຢືນຢັນວ່າ ຍີ່ປຸ່ນຈະບໍ່ປ່ຽນແປງນະໂຍບາຍນຳບັນຫາພິພາດອະທິປະໄຕເກາະສອງແຫ່ງທີ່ຂຶ້ນກັບໝູ່ເກາະ Takeshima, ເຊິ່ງ ສ.ເກົາຫຼີເອີ້ນວ່າ Dokdo ຂຶ້ນສານຍຸດຕິທຳສາກົນ (ICJ) Lahay, ຢູ່ໂຮນລັງ. ບັນດາແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ໄດ້ເປີດເຜີຍວ່າ ປະເທດນີ້ພວມຢູ່ໃນໄລຍະສຸດທ້າຍຂອງການກະກຽມຍື່ນບັນຫາພິດພາດອະທິປະໄຕນີ້ຂຶ້ນສານຍຸດຕິທຳສາກົນ, ອາດຈະແມ່ນທ້າຍເດືອນ 10 ນີ້. ແຕ່ເຫດການອາດຈະບໍ່ຍົກອອກມາເພື່ອແກ້ໄຂຢູ່ສານຍຸດຕິທຳສາກົນ ເພາະສ.ເກົາຫຼີ ອາດຈະບໍ່ເຈົ້າຮ່ວມປະຊຸມສານ. ຕາມລະບຽບການຂອງສານຍຸດຕິທຳສາກົນແລ້ວ ຕ້ອງມີການເຫັນດີຂອງຝ່າຍຖືກກ່າວຟ້ອງເພື່ອເປິດບັນດາການໂຕ້ແຍ້ງຢູ່ສານ, ໃນຂະນະທີ່ເປັນຫຼາຍຄັ້ງແລ້ວສ.ເກົາຫຼີ ໄດ້ຄັດຄ້ານຂໍ້ສະເໜີຂອງຍີ່ປຸ່ນ ແກ້ໄຂບັນຫາພິພາດດັ່ງກ່າວຢູ່ສານນີ້.