ຍີ່ປຸ່ນ ຢືນຢັນກຽມພ້ອມເຈລະຈາສົນທິສັນຍາສັນຕິພາບກັບ ລັດເຊຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ Shinzo Abe ຫວັງວ່າ ການປຶກສາຫາລືບໍ່ພຽງແຕ່ເຕື້ອງເຖິງການຮ່ວມມືສອງຝ່າຍເທົ່ານັ້ນ, ຫາກຍັງເຕື້ອງເຖິງບັນຫາສົນທິສັນຍາສັນຕິພາບອີກດ້ວຍ.
ຍີ່ປຸ່ນ ຢືນຢັນກຽມພ້ອມເຈລະຈາສົນທິສັນຍາສັນຕິພາບກັບ ລັດເຊຍ - ảnh 1  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin

ວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ ທ່ານໄດ້ກຽມພ້ອມການປຶກສາຫາລືກ່ຽວກັບສົນທິສັນຍາສັນຕິພາບກັບ ລັດເຊຍ ໃນການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ພວມຈັດຕັ້ງຢູ່ ສິງກະໂປ. ທ່ານນາຍົກລັດຖະມົນຕີ Shinzo Abe ຫວັງວ່າ ການປຶກສາຫາລືບໍ່ພຽງແຕ່ເຕື້ອງເຖິງການຮ່ວມມືສອງຝ່າຍເທົ່ານັ້ນ, ຫາກຍັງເຕື້ອງເຖິງບັນຫາສົນທິສັນຍາສັນຕິພາບອີກດ້ວຍ. ການນຳ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ ທ່ານພ້ອມແລ້ວທີ່ຈະສ້າງເງື່ອນໄຂດ້ານເວລາໃຫ້ພຽງພໍສຳລັບການປຶກສາຫາລືກ່ຽວກັບສົນທິສັນຍານີ້.

        ໃນຫຼາຍທົດສະວັດຜ່ານມາ, ລັດເຊຍ ແລະ ຍີ່ປຸ່ນ ໄດ້ຈັດຕັ້ງການປຶກສາຫາລືເພື່ອແນໃສ່ມຸ່ງໄປເຖິງການລົງນາມໃຫ້ສົນທິສັນຍາສັນຕິພາບພາຍຫຼັງສົງຄາມໂລກຄັ້ງທີ 2. ຮົ້ວກີດຂວາງຕົ້ນຕໍຂອງບັນຫານີ້ແມ່ນການຂັດແຍ້ງດ້ານອຳນາດອະທິປະໄຕສຳລັບໝູ່ເກາະເຊິ່ງລັດເຊຍ ເອີ້ນວ່າ Kuril ໃຕ້, ສ່ວນຍີ່ປຸ່ນ ເອີ້ນວ່າເຂດນ້ຳແດນດິນທາງທິດເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ