ຍີ່ປຸ່ນ ສົ່ງຮອງລັດຖະມົນຕີການຕ່າງ ປະເທດໄປຈີນ

ຍີ່ປຸ່ນ ສົ່ງຮອງລັດຖະມົນຕີການຕ່າງ ປະເທດໄປຈີນ - ảnh 1

(ພາບ:voatiengviet.com)

(vovworld)- ​ລັດຖະບານ​ຍີ່ປຸ່ນ ​ໄດ້​ຕົກລົງ​ສົ່ງ​ທ່ານ Chikao Kawai ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄປ​ຈີນ ​ໃນ​ເວລາ 2 ວັນ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ໝູ່​ເກາະ​ພິພາດ​ກັນ Sekaku, ຊື່​ງຝ່າຍ​ຈີ​ນ​ເອີ້ນ​ວ່າ​ຕ້ຽວ​ອີ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 24/9 ​ແລະ ​ໃນ​ວັນ​ທີ 25/9 ​ໄດ້ມີ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງຈີນ, ທ່ານຈາງຈືຈຸນ. ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ການ​ທີ່​ບໍ່​ມີ​ສັນຍານ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​​ໃນ​ບັນຫາກ່ຽວ​ຂ້ອງ​ເຖິງ​ເຂດ​ໝູ່​ເກາະ Sekaku ພາຍຫຼັງ​ທີ່​ຍີ່ປຸ່ນ​ໄດ້​ກ່າວ​ຫາ​ກຳ​ປັ່ນ​ລາດ​ຕາ​ເວນ 3 ລຳ​ຂອງ​ຈີນ ​ແຊກ​ຊືມ​ເຂົ້າ​ເຂດ​ທະ​ເລ​ຍີ່ປຸ່ນ ​ເມື່ອ​ຕອນ​ເຊົ້າວັນ​ທີ 24/9. ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ Osamu Fujimura ຫົວໜ້າ​ຫ້ອງ​ວ່າການລັດຖະບານ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ ຍີ່ປຸ່ນ ​“​ໄດ້​ຄັດຄ້ານ​ຢ່າງ​ແຮງ“ ຕໍ່ການ​ແຊກ​ຊືມ​ເຂດນ່ານ​ທະ​ເລ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ກຳ​ປັ່ນ​ຂອງ​ຈີນ ຕ້ອງອອກ​ຈາກ​ເຂດນ່ານ​ທະ​ເລ​ຍີ່ປຸ່ນ ​ໂດຍ​ທັນທີ.

ຂ່າວ/ບົດ​ອື່ນ