ຍີ່​ປຸ່ນ ສະ​ເໜີ ຈີນ ຢຸ​ດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ອ້ອມໝູ່​ເກາະ​ທີ່​ເກີີດການຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຮວາຕຸ​ງ

(VOVWORLD) -ຈີນ ຕ້ອງຢຸດຕິບັນດາການເຄື່ອນໄຫວຢູ່ອ້ອມໝູ່ເກາະທີ່ເກີດການຂັດແຍ້ງກັນຢູ່ທະເລຮວາຕຸງ ເຊິ່ງປັດຈຸບັນໂດຍ ຍີ່ປຸ່ນ ຄວບຄຸມ ແລະ ໄດ້ເອີ້ນວ່າ Senkaku, ໃນຂະນະທີ່ ຈີນ ກໍຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ້. 
ຍີ່​ປຸ່ນ ສະ​ເໜີ ຈີນ ຢຸ​ດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ອ້ອມໝູ່​ເກາະ​ທີ່​ເກີີດການຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຮວາຕຸ​ງ - ảnh 1ໝູ່ເກາະທີ່ເກີດການຂັດແຍ້ງກັນຢູ່ທະເລຮວາຕຸງ ເຊິ່ງປັດຈຸບັນໂດຍ ຍີ່ປຸ່ນ ຄວບຄຸມ ແລະ ໄດ້ເອີ້ນວ່າ Senkaku, ໃນຂະນະທີ່ ຈີນ ກໍຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ້ (ພາບ: Kyodo/TTXVN)

ນີ້ແມ່ນເນື້ອໃນທີ່ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Taro Kono ໄດ້ເຕື້ອງເຖິງໃນການພົບປະສອງຝ່າຍ ກັບທ່ານເອກອັກຄະລັດຖະທູດ ຈີນ ປະຈໍາ ຍີ່ປຸ່ນ ໂຂງແຊ໊ວນອ້ຽວ ຢູ່ສໍານັກງານກະຊວງປ້ອງກັນປະເທດ ຫວ່າງມໍ່ໆມານີ້.

ທ່ານລັດຖະມົນຕີ Taro Kono ກໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທໍາຂອງ ຈີນ ເມື່ອເດືອນແລ້ວນີ້ ຢູ່່ເຂດທະເລດັ່ງກ່າວ, ຍີ່ປຸ່ນ ກ່າວຫາບັນດາກໍ່າປັ່ນຂອງ ຈີນ ວ່າ ໄດ້ລວງລໍາເຂດນ່ານນໍ້າຂອງປະເທດນີ້ຢູ່ອ້ອມແອ້ມໝູ່ເກາະ Senkaku ຢ່າງລຽນຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ