ຍີ່ປຸ່ນ, ອິນເດຍ ໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນເພື່ອສັນຕິພາບແລະຄວາມວັດທະນາຖາວອນຢູ່ພາກພື້ນ

(VOVWORLD) -ອິນເດຍ ແລະ ຍີ່ປຸ່ນ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງບົດບາດໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ

ຍີ່ປຸ່ນ, ອິນເດຍ ໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນເພື່ອສັນຕິພາບແລະຄວາມວັດທະນາຖາວອນຢູ່ພາກພື້ນ - ảnh 1 ຍີ່ປຸ່ນ, ອິນເດຍ ໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນ

(ພາບ: AFP/TTXVN)

ວັນທີ 30 ພະຈິກ, ຖະແຫຼງການເຊິ່ງໄດ້ຍົກອອກມາໃນຂອບເຂດການເຈລະຈາຄວາມໝັ້ນຄົງ 2+2 ຍີ່ປຸ່ນ ແລະ ອິນເດຍ ຢູ່ນະຄອນຫຼວງ New Delhi, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມປອດໄພໃນການເດີນເຮືອຢູ່ທະເລ ໃນການສ້າງພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ມີຄວາມເສລີ, ເປີດກວ້າງ, ກວມລວມ ແລະ ອີງໃສ່ກົດໝາຍ. ອິນເດຍ ແລະ ຍີ່ປຸ່ນ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງບົດບາດໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ໃນການຊຸກຍູ້ສັນຕິພາບ ແລະ ວັດທະນາຖາວອນຢູ່ມະຫາສະມຸດອິນເດຍ - ປາຊີຟິກ, ພ້ອມທັງສະແດງໃຫ້ເຫັນຄຳໝັ້ນສັນຍາຮ່ວມມືກັບອາຊຽນ ເພື່ອບັນລຸເປົ້າໝາຍລວມ. ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ອິນເດຍ ແລະ ຍີ່ປຸ່ນ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນໃນການເດີນເຮືອ ແລະ ການບິນ, ການຄ້າຢ່າງເສລີຖືກຕາມກົດໝາຍ ບໍ່ຖືກກີດຂວາງ ແລະ ແກ້ໄຂບັນດາການຂັດແຍ້ງກັນບົນພື້ນຖານເຄົາລົບບັນດາຂັ້ນຕອນນິຕິກຳ ແລະ ການທູດຢ່າງຄົບຖ້ວນ ເໝາະສົມກັບບັນດາຫຼັກການທີ່ໄດ້ຮັບຮອງຢ່າງກວ້າງຂວາງຂອງກົດໝາຍສາກົນ, ໃນນັ້ນມີບັນດາຂໍ້ກຳນົດທີ່ໄດ້ຍົກອອກມາໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ