ຍີ່ປຸ່ນ, ອາເມລິກາພິຈາລະນາຈັດຕັ້ງການພົບປະຂັ້ນສຸດຍອດໃນເດືອນ 2/2017

 

ຍີ່ປຸ່ນ, ອາເມລິກາພິຈາລະນາຈັດຕັ້ງການພົບປະຂັ້ນສຸດຍອດໃນເດືອນ 2/2017 - ảnh 1
ການ​ພົບ​ປະ​ລະ​ຫວ່າງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລ​ິ​ກາ Donald Trump
ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍ​ີ່​ປຸ່ນ Shinzo Abe ເມື່ອ​ເດືອນ 11/2016
ພາບ:Reuters

(vovworld)-  ລັດ​ຖະ​ບານ ສອງ​ປະ​ເທດ ຍີ່​ປຸ່ນ ແລະ ອາ​ເມ​ລິ​ກາ ພວມ​ກະ​ກຽມ​ຈັດ​ຕັ້ງ​ການ​ພົບ​ປະ​ຂັ້ນ​ສຸດຍອດລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍ​ີ່​ປຸ່ນ Shinzo Abe ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລ​ິ​ກາ Donald Trump ຢູ່ ວໍ​ຊິງ​ຕັນ ໃນ​ວັນ​ທີ 10/2 ຈະ​ມາ​ເຖິງ. ຕາມ​ແຫລ່ງ​ຂ່າວ​ທາງ​ການ​ທູດ​ຈາກ​ຍີ່​ປຸ່ນ ໃນ​ວັນ​ທີ 25/1, ຄາດ​ວ່າ ໃນ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ ການ​ນຳ​ສອງ​ທ່ານ ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ການ​ຄ້າ ພາຍ​ຫລັງ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເຊັນ​ລັດ​ຖະ​ດຳ​ລັດເມື່ອ​ວັນ​ທີ 23/1 ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ຖອນ​ອອກ​ຈາກ​ສັນ​ຍາ​ການ​ຄ້າ​ຂ້າມ​ປາ​ຊີ​ຟີກ ຢ່າງ​ເປັນ​ທາງ​ການ. ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ສະ​ພາ​ຕ່ຳ ຍີ່​ປຸ່ນ, ທ່ານ Abe ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ປະ​ເທດນີ້ ພວມ​ປະ​ຕິ​ບັດ​ບັນ​ດາ​ຂອດ​ກະ​ກຽມ​ສຸດ​ທ້າຍ​ໃຫ້​ແກ່​ການ​ເຈ​ລະ​ຈາ ຊື່ງ​ທ່ານ​ຢາກ​ຈັດ​ຕັ້ງ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ.

 

 


ຕອບກັບ

ຂ່າວ/ບົດ​ອື່ນ