ຍີ່ປຸ່ນ ຮຽກຕົວ ທ່ານເອກອັກຄະລັດຖະທູດ ຈີນ ມາເພື່ອຄັດຄ້ານ

ຍີ່ປຸ່ນ ຮຽກຕົວ       ທ່ານເອກອັກຄະລັດຖະທູດ ຈີນ ມາເພື່ອຄັດຄ້ານ - ảnh 1
ເກາະ Senkaku
ພາບ:kyodo

(vovworld)-  ວັນ​ທີ 5/2, ຍີ່​ປຸ່ນ ​ໄດ້​ຮຽກ​ຕົວ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ມາ​ເພື່ອ​ຄັດຄ້ານ​ກ່ຽວ​ກັບ​ການ​ກະທຳ ຊື່​ງ​ຍີ່​ປຸ່ນ​ຖື​ວ່າ ​ແມ່ນ​ການ​​ແຊກ​ຊຶມ​ກ່ຽວຂ້ອງ​ເຖິງ​ເຂດ​ທະ​ເລ​ທີ່​ເກີດ​ການ​ພິພາດ​ຊຶ່ງ​ສອງ​ຝ່າຍ​ລ້ວນ​ແຕ່​ຖະ​ແຫລ​ງອະທິປະ​ໄຕ. ນີ້​ເປັນ​ຄັ້ງ​ທຳ​ອິດ​ພາຍ​ໃຕ້​ອາຍຸ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ Shinzo Abe, ຍີ່​ປຸ່ນ ດຳ​ເນີນ​ການ​ຮຽກ​ຕົວ​ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ. ການ​ກຳ​ທະ​ດັ່ງກ່າວ​ແມ່ນ​ດຳ​ເນີນ​ໄປ​ພາຍຫລັງ​ກຳ​ປັ່ນ​ກວດກາ​ຂອງ​ຈີນ​ເດີນ​ເຂົ້າ​ເຂດ​ທະ​ເລ​ໃກ້​ກັບ​ເກາະ ຊື່​ງຍີ່​ປຸ່ນ ​ເອີ້ນ​ວ່າ Senkaku, ສ່ວນ​ຈີນ ​ເອີ້ນ​ວ່າ ຕຽວອີ ​ໃນ​ວັນ​ທີ 4/2. ​ໃນ​ສອງ​ສາມ​ອາທິດ​ມາ​ນີ້, ທັງ​ສອງ​ປະ​ເທດ ລ້ວນ​ແຕ່​ສົ່ງ​ບັນດາ​ເຮືອບິນ​ການ​ທະຫານ​ເຖິງ​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ