ຍີ່ປຸ່ນ ແລະ ສປປເກົາຫຼີ ພົບປະກັນເປັນຄັ້ງທຳອິດ ພາຍຫຼັງ 4 ປີຜ່ານມາ

ຍີ່ປຸ່ນ ແລະ ສປປເກົາຫຼີ ພົບປະກັນເປັນຄັ້ງທຳອິດ ພາຍຫຼັງ 4 ປີຜ່ານມາ - ảnh 1

 (ພາບ:viet.rfi.fr)

( vovworld ) – ວັນ​ທີ 29/8, ບັນດາ​ເຈົ້າໜ້າ​ທີ່ຍີ່ປຸ່ນ ​ແລະ ສປປ​ເກົາຫຼີ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ເປັນຄັ້ງທຳ​ອິດ​ໃນ​ຮອບ 4 ປີຜ່ານ​ມາ​ເພື່ອ​ປຶກສາ​ຫາລື​ບັນຫາສົ່ງ​ອັດຖິ​ຂອງ​ຊາວ​ຍິ່ປຸ່ນ ທີ່​ຖືກ​ເສຍ​ຊີວິດ​ຢູ່ ສປປ ​ເກົາຫຼີ ​ໃນ​ສົງຄາມ​ໂລກ​ຄັ້ງທີ 2 ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ. ການ​ພົບ​ປະຄັ້ງນີ້​ກໍ່​ແມ່ນ​ການ​ພົບ​ປະ​ທາງ​ການຄັ້ງທຳ​ອິດ​ຂອງ​ເຈົ້າໜ້າ​ທີ່​ສອງ​ປະ​ເທດ​ນັບ​ແຕ່​ເມື່ອ​ທ່ານ Kim Chang Ul ຮັບ​ຕຳ​ແໜ່​ງ​ເປັນ​ການ​ນຳ ສປປ ​ເກົາຫຼີ ​ເມື່ອ​ເດືອນ 12/2011 ທີ່​ຜ່ານ​ມາ ​ແລະ ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ (DPJ) ຂຶ້ນ​ກຳ​ອຳນາດ​ຢູ່​ຍີ່ປຸ່ນ. ຄະນະ​ຜູ້​ແທນ​ຍີ່ປຸ່ນ ​ໂດຍ​ທ່າ​ນ Keiichi Ono ຫົວໜ້າ​ຫ້ອງການ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ-​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ນຳ​ໜ້າ, ຕາມ​ຄຳ​ຮຽກຮ້ອງ​ຂອງ​ຝ່າຍສປປ ​ເກົາຫຼີ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ພຽງ​ແຕ່​ໃນ​ຂັ້ນນັກວິຊາການ​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່​ຝ່າຍ​ຍີ່ປຸ່ນ ພັດ​ຢາກ​ດຳ​ເນີນ​ການ​ເຈລະຈາ​ຢູ່​ຂັ້ນສູງ​ກ່ວາ. ຄາດ​ວ່າ, ການ​ເຈລະຈາ​ຄັ້ງນີ້ຈະ​ແກ່ຍາວ​ໃນ​ເວລາ 2 ວັນ ​ແລະ ດຳ​ເນີນ​ໄປ​ຢູ່​ສະຖານທູດ​ຂອງ​ສອງ​ປະ​ເທດ​ປະຈຳ​ປັກ​ກີ​ງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 28/8, ທ່ານ Osamu Fujimura ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ ​ເຂົ້າຮ່ວມ​ການ​ເຈລະຈາດ້ວຍ​ທັນ​ສະ​ນະ​ທີ່​ວ່າ, ບັນຫາ​ລອບ​ຈັບ​ຕົວ ​ແມ່ນ​ສ່ວນ​ໜື່ງ​ໃນ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ລະຫວ່າງຍີ່ປຸ່ນ ​ແລະ ສປປ​ເກົາຫຼີ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ