ຍີ່ປຸ່ນ-ຈີນຂຶ້ນແຜນການເຈລະຈາຂັ້ນສູງກ່ຽວກັບການເດີນທະເລ

ຍີ່ປຸ່ນ-ຈີນຂຶ້ນແຜນການເຈລະຈາຂັ້ນສູງກ່ຽວກັບການເດີນທະເລ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ນາງ ຄວ​າ​ຈວນ​ຢິງ
(ພາບ​ອີນ​ເຕີ​ແນັດ)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ປະ​ຈ​ຳ​ເດືອນ​ໃນ​ວັນ​ທີ 04/12, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ນາງ ຄວ​າ​ຈວນ​ຢິງ ໃຫ້​ຮ​ູ້​ວ່າ, ໃນ​ອາ​ທິດ​ຈະ​ມ​າ​ເຖິງ, ປະ​ເທດ​ນີ້ ແລະ ຍີ່​ປຸ່ນ ຈະ​ຈ​ັດ​ຮອບ​ເຈ​ລະ​ຈ​າຄັ້ງ​ທີ 4 ​ການ​ທາບ​ທາມ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ດາບັນ​ຫາ​ເດີນ​ທະ​ເລ. ທ່ານ​ນາງ ຄວ​າ​ຈວນ​ຢິງ ແຈ້ງ​ໃຫ້​ຊາບ​ວ່າ ການ​ເຈ​ລະ​ຈາ​ຂັ້​ນ​ສູງ​ຈີນ - ຍີ່​ປຸ່ນ ຈະ​ດຳ​ເນີນ​ໃນ​ວັນ​ທີ 07 – 08/12 ຢູ່​ຈີນ. ເ​ຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ຊາດ, ກົມ​ເດີນ​ທະ​ເລ​ຂອງ 2 ປະ​ເທດ. ທ່ານ​ນາງ ຄວ​າ​ຈວນ​ຢິງ ເນັ້ນ​ໜັກ​ວ່າ, ການ​ເຈ​ລະ​ຈາ​ແມ່ນ​ວິ​ທີ​ຮອບ​ດ້ານ ເພື່ອ​ສົມ​ທົບ​ກັນ ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ກົມ​ເດີນ​ທະ​ເລຂອງ 2 ປະ​ເທດ, ຜ່ານນັ້ນ 2 ຝ່າຍ​ຈະ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ.

ຂ່າວ/ບົດ​ອື່ນ