ຍີ່ປຸ່ນ-ຈີນສ້າງແຜນການຈັດກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຢູ່ລາວ

ຍີ່ປຸ່ນ-ຈີນສ້າງແຜນການຈັດກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຢູ່ລາວ - ảnh 1
(ພາບ​ປະ​ກອບ: Kyodo/TTXVN)

(vovworld) - ​​ ​​​​​​​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida ແລະ ຄູ່​ຮ່ວມ​ຕຳ​ແໜ່ງ​ຈີນ​ ວາງ​ອີ ພວມ​ສ້າງ​ແຜນ​ການ​ດຳ​ເນີນ​ການ​ເຈ​ລະ​ຈາ 2 ຝ່າຍໃນ​ອາ​ທິດ​ຈະ​ມາ​ເຖິງ, ຢູ່​ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດ​ອາ​ຊຽນຄັ້ງ​ທີ 49 ແລະ ບັນ​ດາ​ກອງ​ປະ​ຊຸ​ມ​ທີ່​ກ່ຽວ​ຂ້ອງຈະ​ດຳ​ເນີນ​ຢູ່​ລາວ. ຄາດ​ວ່າ, ທີ່​ການ​ພົບ​ປະ​ຄັ້ງ​ນີ້, ທ່ານ Kishida ຈະ​ສະ​ເໜີ​ໃຫ້​ຝ່າຍ​ຈ​ີນ ຮ່ວມ​ມື​ໃນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ຝ່າຍ​ກັບ​ສ.ເກົາ​ຫຼີ, ຕາມ​ແຜນ​ການ​ຈະ​ຖືກ​ດຳ​ເນີນ​ໃນ​ທ້າ​ຍ​ເດືອນ 08 ຢູ່​ຍີ່​ປຸ່ນ. ພ້ອມ​ກັ​ນນັ້ນ, ອີກ​ຄັ້ງ​ໜຶ່ງທ່ານ Kishida ຈະ​ກະ​ຕຸກ​ຊຸກ​ຍູ້​​ຈີນ ມີ​ການ​ກະ​ທຳ​ທີ່​ເໝາະ​ສົມ​ກັບ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ຢູ່​ລາ​ໄຮ ກ່ຽວ​ກັບ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ທ່ານ, ພາຍ​ຫຼັງ​ທີ່ PCA ອອກ​ຄຳ​ສັດ​ສິນ​ປະ​ຕິ​ເສດ​ບັນ​ດາ​ຄຳ​ຮ​ຽກ​ສິດ​ຂອງ​ຈີນ ກ່ຽວ​ກັບ “ສິດ​ປະ​ຫວັດ​ສາດ” ແລະ  “ເສັ້ນ 9 ຕອນ” ຢູ່​ທະ​ເລ​ຕາ​ເວັນ​ອອກ. ພາຍ​ຫຼັງ PCA ອອກ​ຄຳ​ຕັດ​ສິນ, ຍີ່​ປຸ່ນ ໄດ້​ກະ​ຕຸກ​ຊຸກ​ຍູ້​ຈ​ີນ ເຄົາ​ລົບ​ຄ​ຳ​ຕັດ​ສິນ​ ແລະ ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ PCA. ແຕ່​ວ່າ, ຈີນ ໄດ້​ອອກ​ຖະ​ແຫຼງ​ການ​ຖະ​ແຫຼງວ່າ ປະ​ເທດນີ້ບໍ່​ຍອມ​ຮັບກໍ​ຄືບໍ່​ຮັບ​ຮູ້​ຄຳ​ຕັດ​ສິນ ແລະ ຮຽກ​ຮ້ອງ​ໂຕ​ກຽວ ບໍ່​ແຊກ​ແຊ​ງ​ເຂົ້າ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ