ຍີ່ປຸ່ນຊຸກຍູ້ການຮ່ວມມືໃນG7

ຍີ່ປຸ່ນຊຸກຍູ້ການຮ່ວມມືໃນG7 - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
ພາບ:xaluan.vn

(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍ​ີ່​ປຸ່ນ Shinzo Abe ຈະ​ໄປປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຢ່າງ​ລຽ​ນ​ຕິດໃນ​ຊຸມ​ເດືອນ ຕົ້ນ​ປີ 2016, ໃນ​ນັ້ນ ທ່ານ​ຈະ​ໄປ​ຢ້ຽມ​ຢາມ​ປະ​ເທດ​ທັງ​ໝົດ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ G7 ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ G7 ຢູ່ ຍີ່​ປຸ່ນ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ. ຄາດ​ວ່າ ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ​ສຸດຍອດ G7 ຄັ້ງ​ນີ້ ຈະ​ລວມ​ມີ ບັນ​ຫາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຊາວ​ອົບ​ພະ​ຍົບ ແລະ​ລັດ​ທິກໍ່​ການ​ຮ້າຍ. ນີ້​ແມ່ນກອງ​ປະ​ຊຸມ G7 ຄັ້ງ​ທຳ​ອິດ​ຖືກ​ຈັດ​ຂຶ້ນ​ຢູ່ ຍີ່​ປຸ່ນ ນັບ​ແຕ່​ປີ 2008, ຈຸດ​ເວ​ລາ​ທີ່ ຍີ່​ປຸ່ນ​ຈັດ​ຕັ້ງ​ກອງ​ປະ​ຊຸມ G7 ຢູ່ Hokkaido. ກອງ​ປະ​ຊຸມ​ໄດ້​ຮັບ​ຖື​ວ່າ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ປະ​ກາດ​ບັນ​ດາ​ຜົນ​ງານທາງ​ການ​ທູດ​ຂອງ​ຕົນ​ກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ພາ​ສູງ.

ຕອບກັບ

ຂ່າວ/ບົດ​ອື່ນ