(vovworld) – ວັນທີ 22/3, ຢູ່ຮ່າໂນ້ຍ, ທ່ານ Vuong Dinh Hue, ລັດຖະມົນຕີກະຊວງການເງິນຫວຽດນາມໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າ, ທີ່ມີມູນຄ່າກ່ວາ 2,6 ຕື້ເຢັນໃຫ້ແກ່ໂຄງການ “ກໍ່ສ້າງ, ຜັນຂະຫຍາຍພາສີເອກລັກໂຕນິກ ແລະ ປະຕິບັດກົນໄກພາສີປະຕູດຽວແຫ່ງຊາດຮັບໃຊ້ໃຫ້ແກ່ການຫັນການເກັບພາສີເປັນທັນສະໄໝ”. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານລັດຖະມົນຕີ Vuong Dinh Hue ເນັ້ນໜັກວ່າ: ບ້ວງເງິນຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນທີ່ສະຫງວນໃຫ້ແກ່ໂຄງການນີ້ແມ່ນສຳຄັນທີ່ສຸດ, ຊ່ວຍໃຫ້ອົງການພາສີຫວຽດນາມຍູ້ໄວວິວັດທະນາການຫັນເປັນທັນສະໄໝຕາມມາດຕະຖານສາກົນທີ່ກ້າວໜ້າ. ໄປຄຽງຄູ່ກັນນັ້ນ, ໂຄງການຈະຫັນບັນດາຄາດໝາຍວາງອອກໃນຍຸດທະສາດພັດທະນາອົງການພາສີໄລຍະ 2011 – 2020 ປະກົດຜົນເປັນຈິງ ກໍຄືຕອບສະໜອງຄວາມຮຽກຮ້ອງຕ້ອງການຜັນຂະຫຍາຍຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ກ່ຽວກັບການປະຕິບັດກົນໄກພາສີປະຕູດຽວແຫ່ງຊາດ ແລະ ເຂົ້າຮ່ວມກົນໄກປະຕູດຽວອາຊຽນ. ຕາມແຜນການແລ້ວ, ໂຄງການຈະໄດ້ຮັບການຜັນຂະຫຫຍາຍໃນຮອບເວລາ 35 ເດືອນ ແລະ ຄາດວ່າຈະປະຕິບັດສຳເລັດ ແລະ ມອບໂອນໃຫ້ຫວຽດນາມໃນປີ 2014.