ຍີ່ປຸ່ນພົບເຫັນກຳ່ປັ່ນປະກອບອາວຸດຂອງຈີນຢູ່ໃກ້ກັບໝູ່ເກາະພວມຂັດແຍ້ງກັນ

ຍີ່ປຸ່ນພົບເຫັນກຳ່ປັ່ນປະກອບອາວຸດຂອງຈີນຢູ່ໃກ້ກັບໝູ່ເກາະພວມຂັດແຍ້ງກັນ - ảnh 1
ທະ​ຫານ ອິ​ນ​ເດຍ ຢູ່​ Pathankot
(ພາບ: AFP)

(vovworld) –  ​​ຕາມ​ສຳ​ນັກ​ຂ່າວ​ສານ Kyodo ແລ້ວ, ວັນ​ທີ  3/1, ກຳ​ລັງ​ປ້ອງ​ກັນ​​ຝັ່ງທະ​ເລ ຍີ່​ປຸ່ນ (JCG) ໄດ້​ພົບ​ເຫັນ​ກຳ​່​ປັ່ນ 4 ລຳ​ຂອງ​ກຳ​ລັງ​ປ້ອງ​ກັນ​​ຝັ່ງທະ​ເລ​ຂອງ ຈີນ (CCG) ເຂົ້າ​ເຂດ​​ຕິດ​ກັບ​ເຂດ​ນ່ານ​ທະ​ເລ​ຍີ່​ປຸ່ນ, ໃກ້​ກັບ​ໝູ່​ເກາະ Senkaku ເຊິ່ງ ຈີນ​ ເອີ້ນ​ວ່າ ຕຽ​ວ​ອີ ຢູ່​ທະ​ເລ ຮ​ວາ​ຕູງ, ເຊິ່ງ​ປະ​ຈຸ​ບັນ​ພວມ​ມີ​ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ 2 ປະ​ເທດ. ກົມ​ບັນ​ຊາ​ການ JCG ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ແຂວງ Okinawa ໃຫ້​ຮູ້​ວ່າ: ບັນ​ດາ​ກ່ຳ​ປັ່ນ​ຂອງ ຈີນ ມີ​ຄວາມ​ສາ​ມາ​ດ​​ປະ​ກອບ​ອາ​ວຸດ, ໄດ້​ເຄື່ອນ​ຍ້າຍ​ເຂົ້າ​ເຂດ​ອ້ອມ​ຂ້າງ. ກ່ຳ​ປັ່​ນ​ລຳ​ໜຶ່ງຂອງ JCG ​ໄດ້​ກ່າວ​ເຕືອນ ກຳ​່​ປັ່ນ 4 ລຳ​ດັ່ງ​ກ່າວ​ຕ້ອງ​ອອກ​ຈາກ​ເຂດ​ທ​ະ​ເລ​ນີ້.

ຂ່າວ/ບົດ​ອື່ນ