ຍີ່ປຸ່ນພ້ອມແລ້ວຮ່ວມມືກັບຫວຽດນາມໃນຂົງເຂດກະສິກຳ
(ຍີ່ປຸ່ນພ້ອມແລ້ວຮ່ວມມືກັບຫວຽດນາມໃນຂົງເຂດກະສິກຳ)
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ, ວັນທີ 8/10, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ ໂດຍທ່ານເລແທງຫາຍ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ ນຳໜ້າຄະນະ, ໄດ້ພົບປະກັບທ່ານຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Hiroshige Seko ແລະ ທ່ານ Isao Iijima, ທີ່ປຶກສານາຍົກລັດຖະມົນຕີຍີ່ປຸ່ນ. ທີ່ບັນດາການພົບປະ, ທ່ານເລແທງຫາຍ ສະເໜີໃຫ້ລັດຖະບານຍີ່ປຸ່ນ ສືບຕໍ່ຮັກສາ ແລະ ເພີ່ມທະວີການສະໜອງທຶນ ODA ໃຫ້ແກ່ຫວຽດນາມເວົ້າລວມ ແລະ ນະຄອນໂຮ່ຈິມິນເວົ້າສະເພາະ. ທ່ານເລແທງຫາຍ ຢັ້ງຢືນວ່າ: ນະຄອນໂຮ່ຈິມິນຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດຍີ່ປຸ່ນ ສາມາດທຳມາຫາກິນ ແລະ ດຳເນີນທຸລະກິດປະສົບຜົນສຳເລັດ, ເປັນປົກກະຕີ ແລະ ຍາວນານ.
ສ່ວນທ່ານຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Hiroshige Seko ຢືນຢັນວ່າ: ຍີ່ປຸ່ນຈະມານະພະຍາຍາມໜູນຊ່ວຍ, ຊຸກຍູ້ການຮ່ວມມື ກັບຫວຽດນາມໃນການນຳໃຊ້ເຕັກໂລໂນຊີສູງເຂົ້າໃນຂົງເຂດກະສິກຳ.