ຍີ່ປຸ່ນລົງທຶນ 10 ລ້ານ USD ເພື່ອກໍ່ສ້າງບໍລິສັດ ເຄມີຢູ່ດົ່ງນາຍ
ພິທີເປີດສະຫຼອງບໍລິສັດ Aureole Fina Chemmical Products
(ພາບ: .baodongnai.com.vn)
(vovworld)- ວັນທີ 24/4, ຢູ່ເຂດອຸດສາຫະກຳລອງແທ່ງ, ແຂວງດົ່ງນາຍ, ກຸ່ມບໍລິສັດ Minati Sangyo ຂອງຍີ່ປຸ່ນ ໄດ້ຈັດພິທີເປີດສະຫຼອງບໍລິສັດ Aureole Fina Chemmical Products ຈຳກັດຊື່ງມີຍອດຈຳນວນເງິນລົງທຶນ 10 ລ້ານ USD ແລະ ເຂົ້າເຄື່ອນໄຫວຢ່າງເປັນທາງການນັບແຕ່ຕົ້ນເດືອນພຶດສະພາທີ່ຈະມາເຖິງ. ຂະແໜງຜະລິດຕົ້ນຕໍ່ຂອງບໍລິສັດແມ່ນເຄມີປະເພດຕ່າງໆ, ເຄື່ອງສຳຮອງໃຊ້ໃນອຸດສາຫະກຳປຸງແຕ່ງອາຫານ, ອຸດສາຫະກຳຜະລິດເຄື່ອງສຳອາງ, ຫົວອາຫານສັດ. ເລື່ອງບໍລິສັດດັ່ງກ່າວຖືກນຳເຂົ້າເຄື່ອນໄຫວຈະປະກອບສ່ວນແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານນັບຮ້ອຍໆຄົນ.
ມາຮອດປະຈຸບັນ, ເຂດອຸດສາຫະກຳ 31 ແຫ່ງພວມເຄື່ອນໄຫວຢູ່ແຂວງດົ່ງນາຍ ໄດ້ດຶງດູດກ່ວາ 1400 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ດ້ວຍ ຍອດຈຳນວນເງິນລົງທຶນເກືອບ 25 ຕື້ USD. ໃນຈຳນວນ 40 ປະເທດ ແລະ ເຂດແຄ້ວນພວມເຂົ້າມາລົງທຶນຢູ່ດົ່ງນາຍ, ຍີ່ປຸ່ນ ແມ່ນປະເທດຢືນອັນດັບທີ 4 ດ້ວຍ 173 ໂຄງການ ແລະ ຍອດຈຳນວນເງິນລົງທຶນກ່ວາ 2,9 ຕື້ USD./.