ຍີ່ປຸ່ນສົ່ງຈົດໝາຍທາງການຄັດຄ້ານກໍ່າປັ່ນຈີນ ເຂົ້າໃກ້ເຂດໝູ່ເກາະທີ່ພວມຂັດແຍ້ງ
ກໍ່າປັ່ນຕຳຫຼວດທະເລ 3 ລຳຂອງຈີນ ໄດ້ເດີນເຂົ້າເຂດທະເລ
ມໍ່ກັບໝູ່ເກາະ Senkaku/ຕຽວ ອີທີ່ພວມຂັດແຍ້ງ
(ພາບ: AFP)
(vovworld) – ວັນທີ 25/11, ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ສົ່ງຈົດໝາຍທາງການຄັດຄ້ານຈີນ ທີ່ກ່ຽວຂ້ອງເຖິງເຫດກໍ່າປັ່ນຕຳຫຼວດທະເລ 3 ລຳຂອງຈີນ ໄດ້ເດີນເຂົ້າເຂດທະເລມໍ່ກັບໝູ່ເກາະທີ່ພວມຂັດແຍ້ງເຊິ່ງຍີ່ປຸ່ນ ເອີ້ນວ່າ Senkaku ສ່ວນຈີນ ເອີ້ນວ່າ ຕຽວອີ ຢູ່ທະເລຮວາຕຸງ. ທ່ານ Junichi Ihara ຫົວໜ້າກົມອາຊີ - ທະວີບໂອເຊອານີ ຂຶ້ນກັບກະຊວງການຕ່າງປະເທດຍີ່ປຸ່ນ ຄັດຄ້ານເຫດການດັ່ງດ່າວໃນການໂອ້ລົມທາງໂທລະສັບກັບນັກການທຸກຂັ້ນສຸງຜູ້ໜຶ່ງທີ່ເຮັດວຽກຢູ່ສະຖານທູດຈີນ ປະຈຳນະຄອນຫຼວງໂຕກຽວ.
ມີແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ, ເຫດການເກີດຂຶ້ນພາຍຫຼັງການນຳ 2 ປະເທດປຶກສາຫາລືກ່ຽວກັບວິທີການສະກັດກັ້ນວິກິດການຢູ່ອ້ອມເຂດໝູ່ເກາະ Senkaku/ ຕຽວອີ. ນີ້ແມ່ນຄັ້ງທຳອິດທີ່ບັນດາກຳປັ່ນຂອງຈີນ ເຂົ້າເຂດທະເລຢູ່ອ້ອມໝູ່ເກາະ Senkaku/ຕຽວອີ ນັບແຕ່ຫຼັງການພົບປະຂັ້ນສູງລະຫວ່າງປະທານປະເທດຈີນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ເມື່ອເດືອນ 10 ຜ່ານມາ, ນີ້ແມ່ນການລ່ວງລ້ຳຄັ້ງທີ 28 ນັບແຕ່ຕົ້ນປີ 2014 ມາຮອດປະຈຸບັນ.