ຍີ່ປຸ່ນຮັບຮອງເອົາຍຸດທະສາດພັດທະນາອຸດສາຫະກຳປ້ອງກັນຊາດໃໝ່
ທະຫານ ຍີ່ປຸ່ນ ໃນການຊ້ອມຮົບຄັ້ງໜຶ່ງ
(ພາບປະກອບ)
(vovworld) – ວັນທີ 19/6, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ຮັບຮອງເອົາຍຸດທະສາດໃໝ່ເພື່ອແນໃສ່ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ, ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ບັນດາບໍລິສັດພາຍໃນປະເທດ ເປັນເຈົ້າການໃນການເຂົ້າຮ່ວມການພັດທະນາລວມຂອງສາກົນກ່ຽວກັບພາຫະນະອຸປະກອນປ້ອງກັນຊາດ, ໃນນັ້ນມີເຮືອບິນສູ້ຮົບ.
ກ່າວຄຳເຫັນພາຍຫຼັງກອງປະຊຸມຢູ່ໂຕກຽວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Itsunori Onodera ໃຫ້ຮູ້ວ່າ: ເລື່ອງເປີດກ້ວາງພື້ນຖານເຕັກໂນໂລຢີເພື່ອບໍ່ຖືກຖອຍຫຼັງເມື່ອທຽບກັບໂລກ ແມ່ນບັນຫາສຳຄັນທີ່ສຸດທີ່ມີຕໍ່ ໂຕກຽວ. ທ່ານເນັ້ນໜັກວ່າ ຍຸດທະສາດນີ້ ຈະກາຍເປັນຫຼັກການຊີ້ນຳໃນທົດສະວັດຕໍ່ໜ້າຂອງຂະແໜງອຸດສາຫະກຳ ປ້ອງກັນຊາດ ຍີ່ປຸ່ນ. ຍຸດທະສາດພັດທະນາອຸດສາຫະກຳປ້ອງກັນຊາດໃຫມ່ຂອງ ຍີ່ປຸ່ນ ຊີ້ແຈ້ງວ່າພາຫະນະອຸປະກອນປ້ອງກັນຊາດແມ່ນເຄື່ອງມືປະກອບສ່ວນເຂົ້າໃນພື້ນຖານສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນກໍ່ຄືທົ່ວໂລກ.