ຍີ່ປຸ່ນແລະສປປ.ເກົາຫຼີ ເລີ່ມຕົ້ນການເຈລະຈາ ຢູ່ຊູແອດ


ຍີ່ປຸ່ນແລະສປປ.ເກົາຫຼີ ເລີ່ມຕົ້ນການເຈລະຈາ ຢູ່ຊູແອດ - ảnh 1

 (ພາບ: AFP/TTXVN)

(vovworld)- ​ວັນ​ທີ 26/5, ຍີ່ປຸ່ນ ແລະ ສປປ.ເກົາຫຼີ ໄດ້ເລີ່ມຕົ້ນການເຈລະຈາ ຊື່ງຄາດວ່າຈະ​ແກ່ຍາວ​ເປັນ​ເວລາ 3 ວັນ​ຢູ່​ນະຄອນຫຼວງ Stockkholm ປະ​ເທດຊູແອດ. ຕາມ​ສຳນັກ​ຂ່າວສານ​ກີ​ໂອ​ໂດ, ຝ່າຍ​ຍີ່ປຸ່ນ ຕັ້ງຄວາມ​ຫວັງ​ວ່າ: ທີ່​ການ​ເຈລະຈາ​ຄັ້ງນີ້, ຝ່າຍ ສປປ.ເກົາຫຼີ ຈະຕົກລົງ​ສືບສວນ​ຄືນ​ຮ່ອງ​ຮອຍ​ບັນດາພົນລະ​ເມືອງ​ຍີ່ປຸ່ນ ຖືກ ສປປ.ເກົາຫຼີ ລອບ​ຈັບ​ຕົວ​ໃນ​ຊຸມ​ປີ 70-80 ຂອງ​ສັດຕະວັດ​ກ່ອນ. ​ສ່ວນຍີ່ປຸ່ນ ຈະ​ພິຈາລະນາ​ເພື່ອ​ລົບ​ລ້າງ​ບາງ​ມາດ​ຕະການ​ລົງ​ໂທດ​ທີ່​ໄດ້​ຈັດ​ວາງ​ສຳລັບ ສປປ.ເກົາຫຼີ ຖ້າ​ຫາກ​​ເຫັນວ່າ​ມີ​ຄວາມ​ຄຶບໜ້າ​ໃນ​ການ​ສືບສວນ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ​ຢູ່ Stockkholm, ທ່ານ Junichi Ihara ຫົວໜ້າ​ກົມ​ບັນດາ​ບັນຫາ​ອາຊີ ​ແລະ ມະຫາ​ສະໝຸດ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ເນັ້ນໜັກ​ວ່າ: “ພວກ​ຂ້າພະ​ເຈົ້າຢາກ​ພະຍາຍາມ​ບັນລຸ​ຄວາມ​ຄຶ​ບໜ້າກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສົນ​ໃຈ​ໃຫ້ໄດ້, ຜ່ານ​ການ​ປຶກສາ​ຫາລື​ຄັ້ງຕ່າງໆ​ຢ່າງ​ເຂັ້ມງວດ ​ແລະ ກົງ​ໄປ​ກົງ​ມາ“./.

ຂ່າວ/ບົດ​ອື່ນ