ຍີ່ປຸ່ນແລະອິນເດຍເພີ່ມທະວີການຮ່ວມມືດ້ານເສດຖະກິດ,ຕ້ານການກໍ່ການຮ້າຍ

ຍີ່ປຸ່ນແລະອິນເດຍເພີ່ມທະວີການຮ່ວມມືດ້ານເສດຖະກິດ,ຕ້ານການກໍ່ການຮ້າຍ - ảnh 1
ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
ພາບ:TTXVN

(vovworld)-​​ ວັນ​ທີ 7/9, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ແລະ ຄູ​່​ຕຳ​ແຫນ່ງ ອິນ​ເດຍ Narendra Modi ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ເພື່ອ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ສົມ​ທົບ​ກັນ​ຕ້ານ​ການກໍ່​ການ​ຮ້າຍ ແລະ ບັນ​ດາ​ບັນ​ຫາ​ພາກ​ພື້ນ. ທີ່​ການ​ເຈ​ລະ​ຈາ ຢູ່ ສ​ປ​ປ ລາວ, ການ​ນຳ​ສອງ​ທ່ານ​ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ການ​ແລກ​ປ່ຽນ​ບຸກ​ຄະ​ລາ​ກອນ ແລະ ເຫັນ​​ໄດ້ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະ​ຫວ່າງ​ກຳ​ລັງ​ຄວາມ​ສາ​ມາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຍີ່​ປຸ່ນ ແລະ​ກຳ​ລັງ​ແຮງ​ງານ​ຫນຸ່ມ ແລະ ຕະ​ຫລາດ​ຂອງ​ອິນ​ເດຍ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ສອງ​ຝ່າຍ​ເພື່ອ​ຕ້ານ​ການກໍ່​ການ​ຮ້າຍ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ອະ​ທິ​ບາຍ​ຍຸດ​ທະ​ສາດ​ການ​ທູດ​ຂອງ​ຍີ່​ປຸ່ນ ເພື່ອ​ຊຸກ​ຍູ້​ຄວາມ​ເສ​ລີ ແລະ ສະ​ພາບ​ເປີດ ຢູ່ ອິນ​ເດຍ ແລະ ປາ​ຊີ​ຟິກ. ສ່ວນ ທ່ານ Modi ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ຮ່ວມ​ມື​ກັບ ຍີ່​ປຸ່ນ​ເພື່ອ​ນຳ​ວິ​ໄສ​ທັດ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ