(vovworld) - ຕອນບ່າຍວັນທີ 21/3, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມຈົດໝາຍທາງການໜູນຊ່ວຍ “ໂຄງການຟື້ນຟູ ແລະ ປ້ອງກັນ, ສະກັດກັ້ນຜົນຮ້າຍຈາກພາຍຸ, ນ້ຳຖ້ວມ” ລະຫວ່າງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ Cao Duc Phat ແລະ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳຫວຽດນາມ Tanizaki Yasuaki. ໃນຂອບເຂດການຮ່ວມມືຊ່ວຍເຫຼືອລ້າຂອງລັດຖະບານ ຍີ່ປຸ່ນ, ຜ່ານໂຄງການນີ້, ຍີ່ປຸ່ນຈະຊ່ວຍເຫຼືອຫວຽດນາມດ້ວຍຈຳນວນເງິນ 600 ລ້ານເຢັນ (ເທົ່າກັບ 7,2 ລ້ານ USD) ເພື່ອກໍ່ສ້າງບັນດາພື້ນຖານໂຄງລ່າງທີ່ຖືກເສຍຫາຍຈາກພາຍຸ, ນ້ຳຖ້ວມໃນປີ 2011 ຢູ່ເຂດລຸ່ມແມ່ນ້ຳຂອງ ຄືນໃໝ່.