ຍ້ອງຍໍຊົມເຊີຍຄູອາຈານໜຸ່ມດີເດັ່ນໃນທົ່ວປະເທດ 100 ຄົນ

(VOVWORLD) -ພັກ, ລັດ ຍາມໃດກໍ່ຖືການສຶກສາ ແລະ ບຳລຸງສ້າງເປັນສຳຄັນ
ຍ້ອງຍໍຊົມເຊີຍຄູອາຈານໜຸ່ມດີເດັ່ນໃນທົ່ວປະເທດ 100 ຄົນ - ảnh 1(ພິທີມອບລາງວັນ “ຄູອາຈານໜຸ່ມດີເດັ່ນ)

ຕອນຄ່ຳວັນທີ 12 ພະຈິກ, ຢູ່ແຂວງ ດົ່ງທາບ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍຊົມເຊີຍ ແລະ ມອບລາງວັນ “ຄູອາຈານໜຸ່ມດີເດັ່ນ” ຂັ້ນສູນກາງ ຄັ້ງທີ 3 ປີ 2022. ລາງວັນໄດ້ມອບປະຈຳປີ ໃນໂອກາດວັນຄູ ຫວຽດນາມ 20 ພະຈິກ, ສະຫງວນໃຫ້ບັນດາຄູອາຈານໜຸ່ມ, ບັນລຸຜົນງານຫຼາຍຢ່າງໃນວຽກງານສິດສອນ, ຄົ້ນຄວ້າວິທະຍາສາດ.

ເຂົ້າຮ່ວມແລະກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຍ້ອງຍໍໍຊົມເຊີຍຄຸອາຈານໜຸ່ມ 100 ຄົນ ໄດ້ຮັບລາງວັນ “ຄູອາຈານໜຸ່ມດີເດັ່ນ” ປີ 2022. ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ, ພັກ, ລັດ ຍາມໃດກໍ່ຖືການສຶກສາ ແລະ ບຳລຸງສ້າງເປັນສຳຄັນ ແລະ ກຳນົດວ່າ ການສຶກສາ ແລະ ບຳລຸງສ້າງ ພ້ອມກັບວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນກຳລັງໜູນຫຼັກແຫຼ່ງເພື່ອພັດທະນາປະເທດຊາດ. ພ້ອມທັງປາດຖະໜາວ່າ, ບັນດາຄູອາຈານທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນມື້ນີ້ ກໍຄືຖັນແຖວຄູອາຈານໜຸ່ມໃນທົ່ວປະເທດ ສືບຕໍ່ເສີມຂະຫຍາຍຈິດໃຈ, ຄວາມກະຕືລືລົ້ນ, ປະຈັນບານຂອງລຸ້ນໜຸ່ມ ແລະ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງໃຫ້ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ