ຍ້ອງຍໍຊົມເຊີຍຊາວໜຸ່ມກອງທັບ,ຕຳຫຼວດ70ຄົນໄດ້ມີຜົນງານດີເດັ່ນ

ຍ້ອງຍໍຊົມເຊີຍຊາວໜຸ່ມກອງທັບ,ຕຳຫຼວດ70ຄົນໄດ້ມີຜົນງານດີເດັ່ນ - ảnh 1
ຍ້ອງຍໍຊົມເຊີຍຊາວໜຸ່ມກອງທັບ,ຕຳຫຼວດ70ຄົນໄດ້ມີຜົນງານດີເດັ່ນ
(ພາບ: Minh Châu)

(vovworld) -  ຊາວ​ໜຸ່ມ​ກອງທັບ, ຕຳ່​ຫຼວດ 70 ຄົນ ​ໄດ້​ຮັບ​ການຍ້ອງຍໍ​ຊົມ​ເຊີຍທີ່​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ: “​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທີ່​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ” ​​ໄດ້ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 07/12 ຢູ່​ຮ່າ​ໂນ້ຍ, ​ແມ່ນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ຂອງ​ຊາວ​ໜຸ່ມ​ຕຳຫຼວດ​ປະຊາຊົນ ​ແລະ ກອງທັບ​ປະຊາຊົນ​​ທົ່ວ​ປະ​ເທດ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ, ​ໄລຍະ 2012-2014. ນີ້​ແມ່ນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ປົກ​ປັກຮັກສາ​ຄວາມ​ເປັນ​ລະບຽບ​ຮ້ຽບຮ້ອຍທາງ​ສັງຄົມ​ໃນ​ສະພາບ​ການ​ສາກົນ​ມີ​​ການ​ປ່ຽນແປງອັນ​​ໃຫຍ່​ຫຼວງ ​ແລະ ​ເລິກ​ເຊິ່ງຫຼາຍ​ຢ່າງ. ທ່ານ​ຈິ້ງ​ດິງ​ແທງ, ​ໂຮງຮຽນ​ນາຍ​ທະຫານ​ປືນ​ໃຫຍ່, ​ເຫຼົ່າ​ຮົບ​ປືນ​ໃຫຍ່, ກອງທັບ​ປະຊາຊົນ​ຫວຽດນາມ, ໜຶ່ງ​ໃນ​ບັນດາ​ແບບຢ່າງ​ທີ່ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ໃນ​ຄັ້ງ​ນີ້, ​ແບ່ງ​ປັ່ນ​ວ່າ:

          "ນີ້​ແມ່ນ​ຄວາ​ມ​ເອກອ້າງ​ທະ​ນົງ​ໃຈ, ​ແມ່ນຄວາມ​ໂຊກ​ດີ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ໝູ່​ຄະນະ, ກົມ​ກອງ. ນີ້​ກໍ່​ແມ່ນ​ການ​ລະດົມ​ກຳລັງ​ໃຈ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ສືບ​ຕໍ່​ປະຕິບັດ​ງານ, ສູ້​ຊົນ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເພື່ອ​ສົມ​ເປັນ​ທະທານ​ຂອງ​ລຸງ​ໂຮ່, ສິ່ງ​ສຳຄັນກວ່າ​ໝູ່​ນັ້ນແມ່ນຕ້ອງ​ມີ​ນຳ້​ໃຈ​ຮັບຜິດຊອບ​ໃນ​ການ​ຟືກອົບຮົມ, ກຽມພ້ອມ​ສູ້​ຮົບ ​ເພື່ອ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ທັງ​ໝົດ​ທີ່​ໄດ້​ຮັບ​ມອບ​ໝາຍ, ປະກອບສ່ວນ​ກໍ່ສ້າງ​ກອງທັບ, ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ."


ຂ່າວ/ບົດ​ອື່ນ